ແຂວງອັດຕະປື ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018

          ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ໄດ້ໄຂຂື້ນຢ່າງເປັນທາງການໃນເວລາ 13 ໂມງ 30 ນາທີ ຂອງວັນທີ 05 ມິຖຸນາ 2018 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ພ້ອມດ້ວຍຄະນະຮັບຜິດຊອບ, ອາຈານສອນ ແລະ ນັກສຳມະນາກອນທີ່ມາຈາກຄະນະພະແນກ, ອົງການທຽບເທົ່າ, ກຳລັງປກສ, ປກຊ ແລະ ບັນດາ 05 ຕົວເມືອງຂອງແຂວງອັດຕະປືເຂົ້າຮ່ວມ.

ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ສະມາຊິກສະພາປະຊາຊົນແຂວງໄດ້ຜ່ານແຜນການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຊຸດທີ VI ປີ 2018  ຕໍ່ກອງປະຊຸມວ່າ: ການເປີດຝຶກອົບຮົມການຮຽນ-ການສອນກົດໝາຍໄລຍະສັ້ນ ຊຸດທີ VI ຂອງແຂວງ ອັດຕະປືໃນຄັ້ງນີ້ແມ່ນເພື່ອສືບຕໍ່ປະຕິບັດຕາມຫຼັກສູດການຝຶກອົບຮົມກົດໝາຍຂັ້ນພື້ນຖານຂອງກະຊວງຍຸຕິທຳ. ພ້ອມກັນນັ້ນ,​ ຍັງເປັນການປະກອບສ່ວນອັນສໍຳຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການສ້າງລັດແຫ່ງກົດໝາຍແຕ່ນີ້ຮອດປີ 2020, ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແມ່ນໄດ້ເລັ່ງໃສ່ພະນັກງານນຳພາຫຼັກແຫຼ່ງຂອງບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະ​ພັນ​ນັກຮົບ​ເກົ່າ, ກຳມະການ​ພັກ​ແຂວງ, ຄະນະ​ປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າພະ​ແນ​ກ, ຄະນະກອງບັນຊາ​ການ ປກຊ-ປກສ ​​ແລະ ຄະນະກອງບັນຊາ​ການປກຊ-ປກສ ​ເມືອງ ໂດຍທັງໝົດປະກອບມີ 50 ທ່ານ, ຍິງ 10  ທ່ານ; ຊຶ່ງຜູ້ເຂົ້າຝຶກອົບຮົມທັງໝົດ​ແມ່ນ​ຖືກຄັດ​ເລືອກຈາກ​ຄະນະ​ພັກ, ຄະນະ​ນໍາ​ແຕ່ລະ​ຂັ້ນ ​ແລະ ຄວາມ​ເປັນ​ເອກະ​ພາບ​ຂອງຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ຄະນະ​ຮັບຜິດຊອບການ​ຝຶກ​ອົບຮົມ​ ​ໂດຍ​ມີ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ຈາກ​ທ່ານ​ເຈົ້າ​ແຂວງ. ສຳລັບເນື້ອໃນຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາຈຳນວນ 28 ກົດໝາຍ, 21 ໜ່ວຍກິດ, 315 ຊົ່ວໂມງ ໃຊ້ເວລາຮຽນທັງໝົດ 45 ວັນ ໂດຍບໍ່ນັບວັນພັກທາງລັດຖະການ ແລະ ວັນພັກທາງສາສະໜາ. ຊຶ່ງກົດໝາຍທີ່ໄດ້ຄັດເລືອກມານີ້ແມ່ນລ້ວນແຕ່ມີຄວາມສຳຄັນທີ່ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານການນຳ , ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນບັນດາເຜົ່າພາຍໃນແຂວງ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ໄດ້ໃຫ້ກຽດຊີ້ນຳ ແລະ ໂອ້ລົມຕໍ່ພະນັກງານນຳພາຫຼັກແຫຼ່ງຂັ້ນເມືອງ ແລະ ແຂວງ ພາຍໃຕ້ກອງປະຊຸມໃນຄັ້ງນີ້ວ່າ: ເພື່ອ​ເຮັດ​ໃຫ້ການ​ຊີ້​ນຳ, ນຳພາ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມມີ​ຄວາມ​ສອດຄ່ອງ, ກົມກຽວ​ເປັນ​ໄປ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ໂດຍແນໃສ່ບັນຫາ​ພື້ນຖານ​ສຳຄັນ​ໃນການ​ສ້າງ​ລັດ​ແຫ່ງ​ກົດໝາຍ ທີ່​ກຳນົດ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ, ແຜນ​ແມ່​ບົດ​ພັດທະນາ​ລັດ​ແຫ່ງ​ກົດໝາຍ​ຮອດ​ປີ 2020, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ອົງຄະ​ນະ​ພັກ​ແຂວງ​ອັດ​ຕະປື, ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 03/ກມສພ ​ວ່າ​ດ້ວຍ​ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ ຫຼື ​ເອີ້ນ​ຫຍໍ້​ວ່າ ມະຕິ 3 ສ້າງ ​ໃຫ້​ເຂົ້າ​ສູ່​ຊິວິດ​ຕົວ​ຈິງ​ນັ້ນ; ​ເຫັນ​ວ່າ ພະນັກງານ​ນຳພາ, ຄຸ້ມ​ຄອງ​ຫຼັກ​ແຫຼ່ງຂອງ​ອົງການ​ຈັດ​ຕັ້ງ​ຕ່າງໆ​ໃນ​ລະບົບ​ການ​ເມືອງ​ຢູ່​ຂັ້ນ​ແຂວງ ​ແລະ ​ເມືອງ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ໄດ້​ມີ​ຄວາມ​ຮູ້​ພື້ນຖານ​ດ້ານ​ກົດໝາຍ ຊຶ່ງ​ເປັນອັນ​ລະອຽດ​ຂອງ​ແນວທາງນະ​ໂຍບາຍຂອງລັດ​ແຕ່​ລະ​ດ້ານທີ່​ພັກ​ກຳ​ອຳນາດ​ວາງ​ອອກ ​ແລະ ທັງ​ເປັນ​ການ​ຍົກ​ລະດັບ​​ໃຫ້​ພະນັກງານ​ຫຼັກ​ແຫຼ່ງມີ​ຄວາມ​ຮູ້​ພື້ນຖານທາງ​ດ້ານ​ກົດໝາຍ​, ມີ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມດ້ວຍ​ລະບຽບ​ກົດໝາຍ, ເພື່ອເພີ່ມທະວີ​​ໃຫ້ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ​ແລະ ການ​ມອບ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ວິ​ຊາ​ການຂອງ​ແຕ່ລະ​ຂະ​ແໜງ​ການຢ່າງລະອຽດ​ຈະ​ແຈ້ງ, ຖືກຕ້ອງຕາ​ມທິດ​ທາງ​ທີ່​ວ່າ: ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດໃນ​ການ​ຄຸ້ມ​ຄອງ​ລັດ​ດ້ວຍ​ກົດໝາຍ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ທາງ​ດ້ານ​ກົດໝາຍ ​ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ​ສະຕິ​ເຄົາລົບ​ກົດໝາຍໃຫ້​ສູງ​ຂຶ້ນ.

ດັ່ງນັ້ນ, ພະນັກງານການຳຫຼັກແຫຼ່ງທຸກທ່ານ ຈົ່ງ​​ພ້ອມ​ກັນ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ພ້ອມ​ກັນ​ຕັ້ງໜ້າ​ສຸມ​ສະຕິ​ປັນຍາ, ເຫື່ອ​ແຮງ​ເຂົ້າ​ໃສ່​ການ​ຄົ້ນ​ຄ້ວາ ແລະ ຮ່ຳຮຽນ ​​ເພື່ອ​ກຳ​ແໜ້ນ​ເນື້ອ​ໃນ​ພື້ນຖານ​ຂອງ​ກົດໝາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.

                                                                   ພາບ ແລະ ຂ່າວໂດຍ ພ.ສະເຫຼີມສັກ