ໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ອັດຕະປື ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ແລະ ສ້າງຂະບວນການອະນາໄມ

ຕອນເຊົ້າຂອງວັນທີ 11 ກັນຍາ 2019 ຜ່ານມານີ້ ຊາວໜຸ່ມພະແນກຍຸຕິທໍາແຂວງ ອັດຕະປື ໄດ້ຈັດພິທີມອບ-ຮັບ ເງິນຈໍານວນໜຶ່ງເພື່ອຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດນ້ຳຖ້ວມຢູ່ແຂວງອັດຕະປື, ຕາງໜ້າມອບໂດຍ ທ່ານ ວິໄລ ໄຊຍະວົງສາ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ອັດຕະປື ແລະ ກ່າວຮັບໂດຍ ທ່ານ ອ໋ອງຄໍາ ຄູນສະໄໝ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ອັດຕະປື

ພ້ອມດຽວກັນນັ້ນ, ທ່ານ ອ໋ອງຄໍາ ຄູນສະໄໝ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ອັດຕະປື ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະບໍລິຫານງານຊາວໜຸ່ມພະແນກຍຸຕິທໍາແຂວງ ອັດຕະປື ທີ່ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກຜູ້ທີ່ປະສົບໄພພິບັດໃນຄັ້ງນີ້. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາວັດຖຸສິ່ງຂອງທີ່ໄດ້ຮັບການຊ່ວຍເຫຼືອນີ້ ໄປມອບໃຫ້ຮອດໃຫ້ເຖິງປະຊາຊົນທີ່ກຳລັງປະສົບໄພພິບັດນ້ຳຖ້ວມຢ່າງແທ້ຈິງ. ປັດຈຸບັນປະຊາຊົນຜູ້ທີ່ປະສົບໄພນໍ້າຖ້ວມຍັງມີຄວາມຕ້ອງການຄວາມຊ່ວຍເຫຼືອຫຼາຍ.
ຫຼັງຈາກນັ້ນ, ສະມາຊິກຊາວໜຸ່ມພະແນກຍຸຕິທຳແຂວງ ອັດຕະປື ຮ່ວມກັບໜ່ວຍຊາວໜຸ່ມບັນດາພະແນກການອ້ອມຂ້າງແຂວງ, ຮາກຖານຊາວໜຸ່ມ, ອົງການທຽບເທົ່າ, ປກຊ ແລະ ປກສ ກໍໄດ້ພາກັນສ້າງຂະບວນການອອກແຮງງານອະນາໄມລວມ ຖາງຫຍ້າ, ເກັບຂີ້ເຫຍື້ອ, ສິ່ງເສດເຫຼືອ ທີ່ຕົກຄ້າງຈາກໄພນ້ຳຖ້ວມຢູ່ພາຍໃນເທດສະບານເມືອງ ສາມັກຄີໄຊ. ທັງນີ້ກໍເພື່ອເປັນການຈັດຕັ້ງປະຕິບັດຕາມແຈ້ງການຂອງຫ້ອງການຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ອັດຕະປື ສະບັບເລກທີ 450/ຫກ, ລົງວັນທີ 10 ກໍລະກົດ 2019 ເລື່ອງ ສ້າງຂະບວນການອອກແຮງງານອະນາໄມ ແລະ ອີງຕາມບົດບັນທຶກກອງປະຊຸມປຶກສາຫາລືໃນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພ.

ຂຽນຂ່າວ ແລະ ຖ່າຍພາບ: ສ. ເມືອງຫຼວງ