ການທົດລອງ ຄູ່ມືໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນຢູ່ເມືອງ ແບງ, ແຂວງ ອຸດົມໄຊ

   ໃນຕອນຄໍ່າຂອງ ວັນທີ 31 ສິງຫາ 2018 ນັກໂຄສະນາເຜີຍແຜ່ກົດໝາຍ ທີ່ໄດ້ຜ່ານການຝຶກອົບຮົມ ພ້ອມດ້ວຍຄູຝຶກ ໄດ້ລົງທົດລອງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ຢູ່ທີ່ເມືອງ ແບງ, ແຂວງ ອຸດົມໄຊ ໂດຍມີ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ຄຳແຮ ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ພ້ອມດ້ວຍການຈັດຕັ້ງບ້ານ ທ່າກາດ, ບ້ານຫ້ວຍລາ ແລະ ພໍ່ແມ່ປະຊາຊົນໄດ້ເຂົ້າຮ່ວມທັງ 02 ບ້ານ ມີຈຳນວນທັງໝົດ 170 ກວ່າຄົນ, ຍິງ 82 ຄົນ.

   ການໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ຈຸດປະສົງແມ່ນເພື່ອໃຫ້ນັກໂຄສະນາຂັ້ນເມືອງ ທີ່ໄດ້ຜ່ານການຝຶກອົບຮົມແລ້ວໄດ້ມີໂອກາດທົດລອງໃຫ້ຂໍ້ມູນຄວາມຮູ້ທາງດ້ານກົດໝາຍຕົວຈິງແກ່ປະຊາຊົນ ຊຶ່ງໄດ້ແບ່ງອອກເປັນ 02 ທິມໃນການລົງຈັດຕັ້ງປະຕິບັດເຄື່ອນໄຫວ ຢູ່ 02 ບ້ານຄື: ບ້ານທ່າກາດ ແລະ ບ້ານຫວ້ຍລາ, ເນື້ອໃນຂອງການເຜີຍແຜ່ໃນຄັ້ງນີ້ ແມ່ນການແນະນຳໃຫ້ປະຊາຊົນເຂົ້າເຖິງກົດໝາຍ ຕາມຊ່ອງທາງຕ່າງໆ ຄື: ການເຂົ້າຮ່ວມຮັບຟັງການໂຄສະນາເຜີຍແຜ່ທາງປາກເປົ່າ, ການເຂົ້າເຖິງກົດໝາຍໂດຍຜ່ານສື່ມວນຊົນເຊັ່ນ: ວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ, ແອັບກົດໝາຍລາວ, ເວັບໄຊ໌ ແລະ ອື່ນໆ ລວມທັງເນື້ອໃນຂອງກົດໝາຍທີ່ກ່ຽວຂ້ອງຈໍານວນໜຶ່ງເພື່ອແນະນໍາ ແລະ ໃຫ້ຂໍ້ມູນແກ່ປະຊາຊົນກ່ຽວກັບ ການເຂົ້າເຖິງຂະບວນການຍຸຕິທຳ.

   ວິທີໂຄສະນາເຜີຍແຜ່ກົດໝາຍ ແມ່ນການເຜີຍແຜ່ບາງກົດໝາຍທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ໂດຍການຕິດພັນກັບບັນດາກິດຈະກຳຕ່າງໆ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກົດໝາຍໄດ້ງ່າຍຂຶ້ນ. ຜ່ານການຈັດຕັ້ງປະຕິບັດເຫັນວ່າປະຊາຊົນທັງ 02 ບ້ານ ມີຄວາມເຂົ້າໃຈຕໍ່ເນື້ອໃນກົດໝາຍເປັນຢ່າງດີ, ພ້ອມກັນນັ້ນ ນັກໂຄສະນາກົດໝາຍຂັ້ນເມືອງ ແລະ ປະຊາຊົນ ຍັງໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນນໍາກັນ ຊຶ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມ່ວນຊື່ນ.

 

ຂຽນຂ່າວ-ຖ່າຍພາບ: ເພັງພາວັນ ອິນທະວົງ; ປັບປຸງ: ປາວີຄຳ ເພັດທະລາກຸນ

 

 

ປະເພດຂ່າວ: