ເມືອງປາກແບງ ແຂວງອຸດົມໄຊ ຍົກສູງສະຕິເຄົາລົບກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງ

ໃນຕອນບາຍຂອງວັນທີ 13 ມັງກອນ 2016 ເມືອງປາກແບງ, ແຂວງອຸດົມໄຊ ໄດ້ເປີດການຮຽນ ການສອນກົດໝາຍຊັ້ນຕົ້ນຂຶ້ນ ທີ່ສະໂມສອນບ້ານສາມກາງຮຸ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ພັນໂທ ບຸນທຳ ໄຊຍະລວງ, ຄະນະປະຈຳພັກເມືອງ, ຫົວໜ້າກອງບັນຊາການທະຫານເມືອງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເກີດ ສັງສົມສັກລັດຖະມົນຕີວ່າການກະຊວງຍຸຕິທຳ, ມີຫົວໜ້າຫ້ອງການກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ຫົວໜ້າຫ້ອງການຍຸຕິທຳເມືອງ, ພະນັກງານອ້ອມຂ້າງເມືອງ, ນັກສຶກກົດໝາຍສະຖາບັນຍຸຕິທຳສາຍພາກເໜືອ ແລະ ນັກວິທະຍາກອນ, ນັກຮຽນກົດໝາຍຊັ້ນຕົ້ນເຂົ້າຮ່ວມຈຳນວນ 50 ຄົນ, ຍິງ 23 ທ່ານ. ຊຶ່ງການການຮຽນ ການສອນຄັ້ງນີ້ຈະດຳເນີນໄປເປັນເວລາ 45 ວັນ. ຈຶ່ງຈະສໍາເລັດ.

      ໃນໂອກາດດັ່ງກ່າວ ທ່ານ ໜານພັນ ນັນທະວົງ, ຫົວໜ້າຫ້ອງການຍຸຕິທຳເມືອງປາກແບງກໍໄດ້ລາຍງານສະພາບຈຸດພິເສດຂອງບ້ານ ແລະ ການຈັ້ດຕັ້ງປະຕິບັດວຽກງານຂົງຍຸຕິທຳໃນໄລຍະຜ່ານມາໃຫ້ຜູ່ເຂົ້າຮ່ວມຊາບ ຫຼັງຈາກນັ້ນ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳກໍໄດ້ໃຫ້ກຽດໂອລົມ ແລະ ມີຄຳເຫັນຕໍ່ການເປີດຊຸດຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ໂດຍສະເພາະໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງກົດໝາຍ.ໃນໄລຍະໃໝ່ໂດຍສະເພາະແມ່ນໄລຍະທີ່ພວກເຮົາຈະສ້າງລັດແຫ່ງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງໂດຍກົດໝາຍເທື່ອລະກ້າວ.

      ຈຸດປະສົງໃນການເປີດການຮຽນ ການສອນກົດໝາຍຊັ້ນຕົ້ນແມ່ນເພື່ອເປີດໂອກາດໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າຊາວຂາຍ, ປະຊາຊົນໄດ້ຄົ້ນຄ້ວາຮຳຮຽນ ແລະ ເຂົ້າໃຈກົດໝາຍຂະ ແໜງການຕ່າງໆເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍ.

      ໃນຕອນທ້າຍຂອງພິທີ ທ່ານລັດຖະມົນຕີວ່າການຍັງໄດ້ເນັ່ນໜັກໃຫ້ວິທະກອນໂດຍສະເພາະຄະນະຮັບຜິດຊອບຊຸດຮຽນຕ້ອງຈັດຕາຕະລາງການຮຽນ-ການສອນນຳໃຊ້ໃຫ້ຄົບຕາມຫຼັກສູດ, ຕ້ອງກະກຽມບົດສອນຢ່າງຄັກແນ ແລະ ເນື້ອໃນຕ້ອງມີຄຸນນະພາບພ້ອມທັງຮຽກຮອງໃຫ້ນັກຮຽນແຕ່ລະຄົນຕັ້ງໃຈຮຳຮຽນ ແລະ ປະຕິບັດໃຫ້ຄົບຕາມຫຼັກສູດທີ່ສະຖາບັນຍຸຕິທຳແຫ່ງຊາດວາງອອກ.