ຄະນະນຳຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບ ພະແນກຍຸຕິທຳແຂວງອຸດົມໄຊ

     ໃນວັນທີ 7 ພຶດສະພາ 2018 ຜ່ານ​ມານີ້,ຢູ່ທີຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ອຸດົມໄຊ, ຄະນະ​ນຳ​ຂອງ​ກະຊວງ​ຍຸຕິ​ທໍາ​ໄດ້​ລົງ​ເຄື່ອນ​ໄຫວ​ພົບ​ປະ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ພະ​ແນ​ກຍຸຕິ​ທຳ​ແຂວງ ອຸດົມ​ໄຊ ຊຶ່ງ​ນຳພາ​ໂດຍ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ​ໂດຍ​ການ​ຕ້ອນຮັບ​ຂອງ​ທ່ານ ຄຳ​ແສນ ຊາວ​ມົ້ງວື ຫົວໜ້າ ພະ​ແນ​ກຍຸຕິ​ທໍາ​ແຂວງ ອຸດົມ​ໄຊ, ມີ​ຜູ້ຕາງໜ້າຈາກ​ບັນດາ​ກົມ​ທີ່​ກຽ່ວຂ້ອງ​ຂອງ​ກະຊວງ​ຍຸຕິ​ທຳ ຕະຫຼອດຮອດພະນັກງານ-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

      ໃນພິທີ ທ່ານ ຄຳແສນ ຊາວມົ້ງວື ເລຂາຄະນະພັກຮາກຖານ ຫົວໜ້າພະແນກຍຸຕິທຳແຂວງ ອຸດົມ​ໄຊ ​ໄດ້ລາຍງານສະພາບກາ​ນຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ຍົກ​ໃຫ້​ເຫັນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ຈຳນວນໜຶ່ງທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂໃນ​ຕໍ່ໜ້າ, ພ້ອມ​ດຽວກັນ​ນີ້ ຜູ້ຕາງໜ້າກົມທະບຽນສານ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກົມສົ່ງເສີມລະບົບຍຸຕິທຳ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງ​ກະຊວງ​ຍຸຕິ​ທໍາ ກໍໄດ້ຂຶ້ນອະທິບາຍຊີ້ແຈງ, ແກ້ຂໍ້ຂ້ອງໃຈບາງບັນຫາ, ວິທີການ, ມາດຕະການທີ່ເໝາະສົມຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດໜ້າທີ່​ວຽກງານ​ວິຊາ​ສະ​ເພາະ ​ໃຫ້​ແກ່​ພະນັກງານ-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ອຸດົມ​ໄຊ ​ເພື່ອ​ແນ່​ໃສ່​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສົບ​ຜົນສຳ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້.

       ຕອນທ້າຍທິພີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍ່ໄດ້ໃຫ້ກຽດໂອ້ລົມ ​ແລະ ເນັ້ນໜັກບາງບັນຫາ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່​ຜົນສຳ​ເລັດ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ​ໃນ​ໄລຍະ​ຜ່ານ​ມາ​ຂອງຄະນະ​ພັກ-ຄະນະ​ນຳ​ແລະ ພະນັກງານ-ລັດຖະກອນຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ອຸດົມ​ໄຊ ພ້ອມນັ້ນ ທ່ານຍັງເນັ້ນໃຫ້ຄະນະພັກ ແລະ ພະນັກງານ-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ຕ້ອງ​ໄດ້ເພີ່ມທະວີຄວາມສາມັກຄີທັງພາຍໃນ ​ແລະ ພາຍ​ນອກ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ມີຄວາມໜັກແໜ້ນຕໍ່ເນື່ອງ ແລະ ຖືເປັນບັນຫາສຳຄັນ, ໂຄສະນາເຜີຍແຜ່ບັນດານິຕິກຳ ກົດໝາຍ ​ແລະ ລະບຽບການ​ຕ່າງໆໃຫ້ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ສືບຕໍ່ປັບປຸງແບບແຜນວິທີການນຳພາ-ເຮັດວຽກໃຫ້ມີບາດກ້າວໃໝ່ ແລະ ທັນສະໄໝ ຕິດພັນກັບການບຳລຸງກໍ່ສ້າງພະນັກງານສືບທອດປຽ່ນແທນ, ພະນັກງານວິຊາການທີ່​ມີ​ຄວາມ​ຊຳນານ​ງານ, ສາມາດຕອບສະໜອງ ແລະ ບໍລິການດ້ານກົດໝາຍ ຕາມທິດສາມສ້າງທີ່ພັກ-ລັດວາງອອກໃຫ້ປະກົດຜົນເປັນຈິງ.

 ຂ່າວ ພະ​ແນ​ກຍຸຕິ​ທຳ​ແຂວງ​ອຸດົມ​ໄຊ

ປັບປຸງ ອ່ອນ​ຄຳ ​ໄຊ​ຍະ​ວົງ