ປະກາດແຕ່ງຕັ້ງຫົວໜ້າຄະນະຫ້ອງການສະພາທະນາຍຄວາມ ແຂວງອຸດົມໄຊ

ໂດຍປະຕິບັດຕາມແຈ້ງການສະບັບເລກທີ163/ກຍ.ກສຍ, ລົງວັນທີ 18 ມີນາ 2018 ໃນຕອນເຊົ້າວັນທີ 22 ມີນາ 2019 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ອຸດົມໄຊ ໄດ້ປະກາດແຕ່ງຕັ້ງຫົວໜ້າ ຄະນະຫ້ອງການສະພາທະນາຍຄວາມແຂວງ ອຸດົມໄຊ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ບຸນລອດ ອ່ອນພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ອຸດົມໄຊ, ຜູ້ເຂົ້າຮ່ວມມີ ທ່ານ ປທ. ນີວັນ ສົມແສງດີ ຄະນະປະຈຳສະພາທະນາຍຄວາມແຫ່ງ ສປປ ລາວ, ທ່ານ ສຸວັນປັນຍາວົງ ຮອງຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ. ມີບັນດາທ່ານຜູ້ຕາງໜ້າຫ້ອງການ, ພະແນກການ, ປກຊ-ປກສ, ອົງການຈັດຕັ້ງທີ່ກຽ່ວຂ້ອງ ຕະຫຼອດຮອດພະນັກງານວິຊາການອ້ອມຂ້າງແຂວງ ແລະ ເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປທ. ນີວັນ ສົມແສງດີ ຄະນະປະຈຳສະພາທະນາຍຄວາມ ແຫ່ງ ສປປ ລາວ ກ່າວຈຸດປະສົງຄາດໝາຍ ແລະ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດຂອບເຂດ ແລະ ໜ້າທີ່ວຽກງານຕົ້ນຕໍ່ ຂອງສະພາທະນາຍຄວາມລາວ ກໍຄືຫ້ອງການສະພາທະນາຍຄວາມຂັ້ນທ້ອງຖິ່ນຢ່າງລະອຽດຖີ່ຖ້ວນ ເພື່ອເຮັດໃຫ້ອົງການຈັດຕັ້ງທຸກຂັ້ນ, ທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້ເຂົ້າໃຈກຳແໜ້ນ ແລະ ປະສານງານໃຫ້ການຮ່ວມມືກັບອົງການດັ່ງກ່າວຢ່າງເລິກເຊິ່ງກວ້າງຂວາງຕື່ມອີກ. ພ້ອມນັ້ນ ທ່ານກໍໄດ້ຜ່ານຂໍ້ຕົກລົງຂອງປະທານສະພາທະນາຍຄວາມລາວ ສະບັບເລກທີ 064/ສທຄ, ລົງວັນທີ 26 ກຸມພາ 2019ວ່າດ້ວຍ ການປະກາດແຕ່ງຕັ້ງຄະນະຫ້ອງການສະພາທະນາຍຄວາມປະຈຳແຂວງ ອຸດົມໄຊ; ໃນນີ້ໄດ້ແຕ່ງຕັ້ງ ທ່ານ ຈັນສະໝອນ ວຽງສາຄອນ ເປັນຫົວໜ້າ, ທ່ານ ວິໄລ ໄຊເບຕົງ ເປັນຮອງ, ທ່ານ ນ. ຄອນນາລີ ລໍເບຼຍລື ແລະ ທ່ານ ບຸນທົງ ພຣະສີວໍລະວົງເປັນຄະນະ ເຊິ່ງມີຫ້ອງການປະຈຳການຕັ້ງຢູ່ ແລະ ຂຶ້ນກັບພະແນກຍຸຕິທຳແຂວງ ອຸດົມໄຊ; ວຽກງານດັ່ງກ່າວເປັນວຽກງານທີ່ຖືກຮັບຮອງຢ່າງເປັນທາງການຈາກພັກ-ລັດຖະບານ ຖືກຍອມຮັບຈາກການຈັດຕັ້ງ ແລະ ສັງຄົມໂດຍຖືເອົາການປົກປ້ອງ ແລະ ບໍລິການດ້ານກົດໝາຍ, ປົກປ້ອງສິດ, ຜົນປະໂຫຍດ, ຄວາມຍຸຕິທຳ ເວົ້າລວມແລ້ວແມ່ນອົງການທີ່ຈະນຳພາໄປສູ່ຂະບວນແຫ່ງຄວາມປອງດອງ ແລະ ຍຸຕິທຳ ໃນແຕ່ລະໄລຍະ ໃນພິທີປະກາດແຕ່ງຕັ້ງໃນຄັ້ງນີ້, ຄະນະປະທານ, ຄະນະຮັບຜິດຊອບ, ບັນດາຜູ້ແທນຍັງໄດ້ຕັ້ງບັນຫາ, ຂໍ້ສະເໜີ ແລະ ແກ້ຂໍ້ຂ້ອງໃຈຮ່ວມກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານສະພາທະນາຍຄວາມນັບມື້ໄດ້ຮັບການພັດທະນາ ຂະຫຍາຍສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ.

ຕອນທ້າຍ ທ່ານ ບຸນລອດ ອ່ອນພະຈັນ ຮອງເລຂາພັກແຂວງປະທານສະພາປະຊາຊົນ ຜູ້ຊີ້ນຳຂົງເຂດວຽກງານດັ່ງກ່າວຍັງໄດ້ໂອ້ລົມ ເນັ້ນໜັກຫຼາຍບັນຫາເພື່ອເປັນການຍົກສູງດ້ານຄຸນນະພາບ ແລະ ປະສິດທິຜົນຕໍ່ວຽກງານສະພາທະນາຍຄວາມໃຫ້ນັບມື້ໄດ້ຮັບການພັດທະນາດິຂື້ນ, ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ທຸກອົງການຈັດຕັ້ງນັບທັງພາກລັດ-ເອກະຊົນ, ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈຕໍ່ພາລະບົດບາດ, ສິດ, ໜ້າທີ່ ແລະ ການຮ່ວມມືກັບອົງການດັ່ງກ່າວຢ່າງເປັນປົກກະຕິຕໍ່ເນື່ອງ, ວຽກງານສະພາທະນາຍຄວາມຍາມໃດກໍເປັນວຽກງານໜຶ່ງທີ່ສຳຄັນ ພ້ອມທັງປົກປ້ອງຊ່ວຍເຫຼືອໃນຄວາມຖືກຕ້ອງ ແລະ ຍຸຕິທຳ.

ຂ່າວ-ພາບ: ເຂີຍເມືອງໄຊ