ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຮຸ່ນທີ VIII ປີ 2019 ທີ່ແຂວງ ເຊກອງ

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຮຸ່ນທີ VIII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2019 ທີ່ຫ້ອງປະຊຸມພະແນກຍຸຕິທໍາ ແຂວງ ເຊກອງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ, ຮອງປະທານຄະນະຊີ້ນໍາການຝຶກອົບຮົມຂັ້ນແຂວງ , ມີບັນດາຄະນະຊີ້ນໍາ, ຄູອາຈານ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາພະນັກງານທີ່ຮັບຜິດຊອບກ່ຽວກັບການຝຶກອົບຮົມ ເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 5 ທ່ານ.

ໃນພິທີ ທ່ານ ຄໍາມິງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທໍແຂວງ, ໄດ້ຂຶ້ນຜ່ານຂໍ້ຕົກລົງທ່ານເຈົ້າແຂວງ ເຊກອງ ສະບັບເລກທີ 48/ຈຂ, ລົງວັນທີ 9 ເມສາ 2019 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການຝຶກອົບຮົມກົດໝາຍຂັ້ນຟື້ນຖານ ລະບົບບໍາລຸງ 45 ວັນ, ຮຸ່ນທີ VIII ປີ 2019 ແລະ ຜ່ານ ຂໍ້ຕົກລົງ ເລກທີ 81/ຈຂ, ລົງວັນທີ 31 ພຶດສະພາ ປີ 2019 ວ່າດ້ວຍ ການແຕ່ງຕັ້ງຄູອາຈານ ຂຶ້ນຫ້ອງສິດສອນກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ 45 ວັນ, ຮຸ່ນທີ VIII ປີ 2019 ແລະ ກົດລະບຽບການຝຶກອົບຮົມ. ຈາກນັ້ນ, ທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ ກໍຂຶ້ນຜ່ານບົດລາຍງານໃນການກະກຽມຄວາມພ້ອມທີ່ຈະເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ.

ຈຸດປະສົງຂອງກອງປະຊຸມ ແມ່ນເພຶ່ອປຶກສາຫາລື ແລກປ່ຽນ, ຄໍາຄິດ, ຄໍາເຫັນ, ກັບຄະນະຊີ້ນໍາຂັ້ນແຂວງ ແລະ ບັນດາຄູອາຈານຈາກພາກສ່ວນທີ່ກ່ຽວຂ້ອງ, ໃນກອງປະຊຸມໄດ້ຍົກບັນຫາຫຼາຍຢ່າງຂຶ້ນ ເພຶ່ອເຮັດໃຫ້ບັ້ນຝຶກອົບຮົມ ກົດໝາຍ 45 ວັນ ຊຸດທີ VIII ປີ 2019 ນີ້ ມີບົດຮຽນອັນໃໝ່ ແລະ ດີຂຶ້ນກວ່າເກົ່າ ເປັນຕົ້ນ ຄະນະຮັບຜິດຊອບຊີ້ນໍາ ແລະ ຄູອາຈານ ຄວນປັບປຸງເພີ່ມເຕີມດ້ານເນື້ອໃນ, ລະບຽບການຝຶກອົບຮົມ, ຂັ້ນຕອນຂອງການຍ້ອງຍໍ, ຕໍາລາການສິດສອນ, ການສັບຊ້ອນວິຊາຮຽນໃຫ້ແທດເໝາະກັບຕົວຈິງ ແລະ ບັນຫາອຶ່ນໆທີ່ເຫັນວ່າ ຍັງບໍ່ທັນແທດເໝາະກັບຕົວຈິງ.

ໃນຕອນທ້າຍພິທີ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈ ນໍາຄະນະຊີ້ນໍາບັ້ນຝຶກອົບຮົມ ຊຸດທີ VIII ປີ 2019 ແລະ ຄູອາຈານຈາກພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ໃຫ້ຄວາມຮ່ວມມື, ມີຄໍາຄິດຄໍາເຫັນທີ່ເປັນປະໂຫຍດແກ່ການຝຶກອົບຮົມ ແລະ ເອົາໃຈໃສ່ໃນການປະສານສົມທົບ ຈົນເຮັດໃຫ້ວຽກງານດັ່ງກ່າວນີ້ໄດ້ຮັບຜົນສໍາເລັດໃນໄລຍະຜ່ານມາ ແລະ ຮັບເອົາເນື້ອໃນຈິດໃຈໄປປັບປຸງ ແກ້ໄຂໃຫ້ດີຂຶ້ນກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບໂດຍ : ລັດດາວັນ ຄໍາພູມີ