ຍຸຕິທຳແຂວງເຊກອງປາຖະກະຖາ 5 ວັນປະຫວັດສາດ

ໃນຕອນເຊົ້າຂອງວັນທີ 15 ສິງຫາ ປີ 2019, ພະແນກຍຸຕິທໍາແຂວງເຊກອງ ໄດ້ຈັດພິທີ ປາຖະກະຖາ 5 ວັນ ສໍາຄັນຂອງປະຫວັດສາດ, ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທໍາແຂວງ ໂດຍມີການເຂົ້າຮ່ວມຂອງພະນັກງານລັດຖະກອນທັງໝົດພາຍໃນພະແນກຍຸຕິທໍາ ຈໍານວນ 25 ທ່ານ, ຍິງ 12 ທ່ານ.

ໃຫ້ກ້ຽດຂຶ້ນນຜ່ານບົດປາຖະກະຖາ ໂດຍທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທໍາ ຊຶ່ວປະກອບດ້ວຍບົດປາຖະກະຖາວັນ ລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15/8/1991 -15/8/2019), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ (13/8/1950-13/8/2019), ວັນຢຶດອໍານາດທົ່ວປະເທດ ສປປ ລາວ, ຄົບຮອບ 74 ປີ, ແລະ ຄົບຮອບ 44 ປີ (23/8/1945 - 13/8/2019) ແລະ (23/8/1975 - 13/8/2019), ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ (8/8/1926 - 8/8/2019) ແລະ ວັນຄ້າຍວັນເກີດຂອງທ່ານ ຟີແດນ ກາຣໂຕກຸຣດ ຄົບຮອບ 93 ປີ (13/8/1926 - 13/8/2019).
ໃນຕອນພິທີ ທ່ານ ປະທານກໍໄດ້ມີຄໍາເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ແລະ ພ້ອມທັງຍົກໃຫ້ເຫັນເຖິງຄວາມ ໝາຍຄວາມສໍາຄັນ ຂອງວັນປະຫວັດສາດ ທັງ 5 ວັນ, ທ່ານໄດ້ກ່າວວ່າ ເພື່ອເປັນການສຶກສາອົບຮົມ ດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ພະນັກງານທັງໝົດພາຍໃນພະແນກ ເຊີດຊູສະຕິເຄົາລົບ ປະຕິບັດກົດ ໝາຍ ແລະ ລະບຽບການ, ດໍາລົງຊີວິດ, ເຄື່ອນໄຫວພາຍໃຕ້ ລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ຍົກສູງສະຕິເປັນເຈົ້າປະເທດຊາດ, ເດັດດ່ຽວປົກປັກຮັກສາປະເທດຊາດ ແລະ ສ້າງສາພັດທະນາປະເທດຊາດ ໃນເງື່ອນໄຂສະພາບໃໝ່, ເລັ່ງທວງໃຫ້ພວກເຮົາມີນໍ້າໃຈຮັກຊາດ, ຢ່າງດຶງດູດຮູ້ຈໍາແນກມິດສັດຕູຢ່າງຈະແຈ້ງ, ອອກແຮງຝຶກຝົນຫຼໍ່ຫຼອມຕົນເອງ, ໃຫ້ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນຢູ່ສະເໜີ, ຍົກສູງຈິດໃຈ ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງໃຫ້ຕົນເອງ.

ຖ່າຍພາບ:ຂຽນຂ່າວໂດຍ: ທ່ານ ນ ພູພຽງໃຈ ພິມມະວົງສາ.