ພະແນກຍຸຕິທຳແຂວງ ເຊກອງເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມຮາກຖານ ປະຈຳປີ 2018

ໃນຕອນເຊົ້າຂອງວັນທີ 2 ພະຈິກ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ເຊກອງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມຮາກຖານ ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳບາງ ພະສະແຫວງ ເລຂາໜວ່ຍພັກຮາກຖານພະແນກຍຸຕິທຳ, ຫົວໝ້າພະແນກຍຸຕິທຳ ແຂວງ ເຊກອງ, ມີຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນພະແນກເຂົ້າຮວ່ມທັງໝົດຈຳນວນ 21 ທ່ານ, ຍິງ 12 ທ່ານ.

ກ່ອນຈະເຂົ້າສູ່ພິທີເປີດກອງປະຊຸມຢ່າງເປັນທາງການກໍໄດ້ມີການສະແດງສິລະປະຊຶ່ງເປັນການສະແດງຈາກໜ່ວຍສະມາຊິກຊາວໜຸ່ມພາຍໃນພະແນກ. ພາຍຫຼັງສະແດງສິລະປະສຳເລັດແລ້ວ ທ່ານ ນ. ເທວັນ ແສງສະຫ່ວາງ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ ພະແນກຍຸຕິທຳແຂວງ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວໄລຍະ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2018. ພາຍຫຼັງຜ່ານບົດສະຫຼຸບສຳເລັດແລ້ວ ກໍມີການປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອເຮັດໃຫ້ ບົດສະຫຼຸບຄົບຖ້ວນ ແລະ ສົມບູນ. ຫຼັງຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງທ່ານ ລຸ້ງອາລຸນ ແກ້ວສາລິວົງ ເລຂາໜວ່ຍຊາວໜຸ່ມທີ II ມາເປັນຮອງ ແລະ ຄະນະບໍລິຫານງານຊາວໜຸ່ມພະແນກຍຸຕິທຳແຂວງ ຕາມຂໍ້ຕົກລົງແຕ່ງຕັ້ງ ສະບັບເລກທີ 867/ຄຊປປລຂ,ລົງວັນທີ 7/9/2018. ແຕ່ງຕັ້ງ ທ່ານ ສອນວິໄລ ສີປະເສີດ ຫົວໜ້າຈຸຊາວໜຸ່ມຈຸທີ II ຂອງໜວ່ຍ 1, ມາເປັນເລຂາ ໜວຍຊາວໜຸ່ມໜວ່ຍທີ II ຕາມຂໍ້ຕົກລົງ ແຕ່ງຕັ້ງ ສະບັບເລກທີ 867/ຄຊປປລຂ, ລົງວັນທີ 7/9/2018.

ໃນຕອນທ້າຍ ທ່ານປະທານກໍໄດ້ມີຄຳເຫັນ ໂອ້ລົມ ແລະ ເນັ້ນໜັກ, ສະແດງເຖິງຄວາມອົດທົນອຸທິດເຖິງສະຕິປັນຍາ, ເຫື່ອແຮງ, ທາງດ້ານວຽກງານ ດ້ານວິຊາສະເພາະວຽກງານຂະບວນການ, ສະແດງເຖິງການຍອ້ງຍໍຊົມເຊີຍຊາວໜຸ່ມ ພາຍໃນພະແນກຍຸຕິທຳທັງໝົດ ຈາກນັ້ນ, ທ່ານ ຮອງເລຂາຄະນະບໍລິຫານງານຄົນໃໝ່ ກໍໄດ້ຂຶ້ນຮັບຄຳໂອວາດຈາກຄະນະພັກ, ຄະນະພະແນກ ກ່ຽວກັບໜ້າທີ່ວຽກງານທາງການຈັດຕັ້ງມອບໝາຍໃຫ້ ແລະ ກໍໃຫ້ຄຳໝັ້ນສັນຍາວ່າ: ຈະເຮັດວຽກງານດັ່ງກ່າວນີ້ ໃຫ້ດີ ແລະ ປະຕິບັດໃຫ້ເກີດດອກອອກຜົນໃນຕໍ່ໜ້າ.

ພາບ, ຂ່າວ ໂດຍ: ພູພຽງໃຈ ພິມມະວົງສາ