ພະແນກຍຸຕິທຳແຂວງ ເຊກອງ ຈັດພິທີປາຖະກາຖາ 3 ວັນປະຫວັດສາດທີ່ສຳຄັນ.

ໃນຕອນເຊົ້າຂອງວັນທີ 11 ຕຸລາ 2018 ຢູ່ທີ່ພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ຈັດພິທີປາຖະກາຖາ 3 ວັນປະຫວັດສາດທີ່ສຳຄັນຂອງຊາດ ເເລະ ເຜີຍແຜ່ 5 ເອກະສານສໍາຄັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກ, ຫົວໜ້າພະເເນກຍຸຕິທໍາເເຂວງ ເຊກອງ ມີບັນດາຫົວໜ້າຂະເເໜງ, ຮອງຫົວໜ້າຂະເເໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມທັງໝົດຈໍານວນ 29 ທ່ານ, ຍິງ 14 ທ່ານ.

ໃນພິທີດັ່ງກ່າວໄດ້ມີການຜ່ານເອກະສານທີ່ສຳຄັນຈຳນວນໜຶ່ງ ໂດຍ ທ່ານ ນາງ ເຕືອນໃຈ ພູມິນຈັນ ຫົວໜ້າຂະເເໜງຈັດຕັ້ງພະນັກງານ ເເລະ ກວດກາ ໃນນັ້ນມີ ແຈ້ງການເເນະນໍາສະບັບເລກທີ 48/ຄອຂ.ຊກ ລົງວັນທີ 21 ກັນຍາ 2018 ເເລະ ເອກກະສານໃຫ້ຄໍາເເນະນໍາເພີ່ມເຕີມ ສະບັບເລກທີ 02/ຄອຂ, ລົງວັນທີ 21 ກັນຍາ 2018 ເພື່ອໂຄສະນາເຊື່ອມຊຶມປາຖະກາຖາວັນສຳຄັນຕ່າງໆທາງປະຫວັດສາດ ຈາກນັ້ນ ທ່ານ ໂພໄຊ ວົງສີຈັນ ຮອງຫົວໜ້າພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ສືບຕໍ່ຜ່ານເອກະສານເພື່ອລະນຶກວັນສາກົນ ເເລະ ສັບປະດາເເຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 31 ປີ ເເລະ 15 ປີ (17 ຕຸລາ 1987ື ຫາ17 ຕຸລາ 2018 ເເລະ 17-24 ຕຸລາ 2003 ຫາ 17-24 ຕຸລາ 2018) ເເລະ ວັນຄູເເຫ່ງຊາດ ຄົບຮອບ 24 ປີ (7 ຕຸລາ 1949 ຫາ 7 ຕຸລາ 2018) ເພື່ອລະນຶກເຖິງຄຸນງາມຄວາມດີຂອງນາຍຄູທີ່ມີຕໍ່ປະເທດຊາດ ເເລະ ພາລະກິດປະຕິວັດ. ຈາກນັ້ນ ໄດ້ສືບຕໍ່ຜ່ານເອກະສານ ກ່ຽວກັບວັນຊາດຂອງສາທາລະນະລັດປະຊາຊົນຈີນ ຄົບຮອບ 69 ປີ (1 ຕຸລາ 1949 ຫາ 1 ຕຸລາ 2018) ໂດຍ ທ່ານ ຄໍາມິ່ງ ໄຊຍະຈັກ ປະທານກວດກາ, ຮອງຫົວໜ້າພະເເນກຍຸຕິທໍາເເຂວງ.

ໃນຕອນທ້າຍພິທີ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກ ຫົວໜ້າພະເເນກຍຸຕິທໍາເເຂວງ ກໍໄດ້ສືບຕໍ່ຜ່ານເອກກະສານເສີມຂະຫຍາຍມູມເຊື້ອຂອງຊາດຂອງຄົນລາວ, ສັງຄົມມີຄວາມສາມັກຄີປອງດອງເເມ່ນບໍ່ເກີດເເຫ່ງກໍາລັງເເຮງຂອງການປົກປັກຮັກສາ ເເລະ ພັດທະນາປະເທດຊາດ, ການເເກ້ໄຂຄວາມທຸກຍາກ ເເລະ ວັນສໍາຄັນຕ່າງໆ ເເລະ ທ່ານກໍໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງເເຕ່ລະວັນສໍາຄັນປະຫວັດສາດ ເພື່ອໃຫ້ຄົນລຸ້ນຫຼັງໄດ້ຈົດຈໍາເຖິງຜົນງານ, ຄຸນງາມຄວາມດີ ຄວາມສາມັກຄີປອງດອງ ທົ່ວພັກທົ່ວປວງຊົນລາວທັງຊາດ ເເລະ ເພື່ອລະນຶກເຖິງວັນສໍາຄັນຕ່າງໆຂອງເເຕ່ລະວັນສຳຄັນທາງປະຫວັດສາດ ໃຫ້ຄຽງຄູ່ກັບການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດຂອງຄົນລາວຕະຫຼອດໄປ.

ຂຽນໂດຍ: ນາງ ລັດດາວັນ ຄໍາພູມີ