ພິທີປິດຊຸດຝຶກອົບຮົມ ກົດໝາຍໄລຍະສັ້ນ 45 ວັນ, ຮຸ້ນທີ VIII ປະຈໍາປີ 2019 ທີ່ ພະແນກຍຸຕິທຳແຂວງ ເຊກອງ

         ໃນຕ່ອນບ່າຍວັນທີ 10 ຕຸລາ 2019 ນີ້ ຢູ່ທີ່ ພະແນກຍຸຕິທໍາແຂວງ ເຊກອງ ໄດ້ຈັດ ພິທີປິດຊຸດຝືກອົບຮົມ ກົດໝາຍໄລຍະສັ້ນ 45 ວັນ ຮຸ້ນທີ VIII, ປະຈໍາປີ 2019, ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂັ້ນແຂວງ ແລະ ຂັ້ນເມືອງ ໂດຍໃຫ້ກຽດເປັນປະທານ ໂດຍທ່ານ ພອນເພັດ  ຄິວລະວົງ ສະມາຊິກສະພາແຫ່ງຊາດ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນຜູ້ຊີ້ນໍາກຸ່ມປົກປ້ອງກົດໝາຍ ໃນນັ້ນມີແຂກເຂົ້າຮ່ວມທີ່ມາຈາກ ຄະນະຊີ້ນໍາຂັ້ນແຂວງ, ບັນດາຄູອາຈານທີ່ສິດສອນໃນຊຸດຝືກອົບຮົມໃນຄັ້່ງນີ້ ແລະ ພ້ອມດ້ວຍບັນດານັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ ຈໍານວນທັງໝົດ 65 ທ່ານ, ຍິງ 13 ທ່ານ.

          ໃນພິທິດັ່ງກ່າວ ທ່ານ ຄໍາບາງ  ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທໍາແຂວງ ກໍ່ໃຫ້ກຽດຂື້ນຜ່ານບົດສະຫຼຸບຜົນສໍາເລັດການຝຶກອົບຮົມ ກົດໝາຍ ໄລຍະ 45 ວັນ, ຮຸ້ນທີ VIII ປະຈໍາປີ 2019, ໃນບົດສະຫຼຸບໄດ້ຊີ້ບອກໃຫ້ເຫັນວ່າ ມີຜູ່ເຂົ້າຮ່ວມຝຶກອົບໃນຄັ້ງນີ້  43 ທ່ານ, ຍິງ 8 ທ່ານ, ດ້ານດີ, ດ້ານອອ່ນ ແລະ ພາກທິດທາງແຜນການ ໃນປີ 2020

          ໃຫ້ກຽດຂື້ນຜ່ານ ຂໍ້ຕົກລົງມອບໃບຢັ້ງຢືນຂອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສະບັບເລກທີ 1987/ກຍ, ສຍຊ, ນະຄອນຫຼວງວຽງຈັນທີ 17 ກັນຍາ 2019 ວ່າດ້ວຍການຮັບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສໍາເລັດ ການບໍາລຸງກົດໝາຍຂັ້ນຟື້ນຖານ ໄລຍະສັ້ນ 45 ວັນ, ຢູ່ແຂວງ ເຊກອງ  ປີ 2019, ໂດຍທ່ານ ນ. ສີສະຫ່ງາ ແກ້ວດວງດີ ກໍາມະການພັກແຂວງ  ຫົວໜ້າພະແນກພາຍໃນແຂວງ ແລະ ໃຫ້ກຽດຂື້ນມອບໃບຢັ້ງຢືນ ໂດຍທ່ານ ພອນເພັດ  ຄິວລະວົງ ສະມາຊິກສະພາແຫ່ງຊາດ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງທັງເປັນຜູ້ຊີ້ນໍາກຸ່ມປົກປ້ອງກົດໝາຍ ໃຫ້ແກ່ນັກຝຶກອົບຮົມ 43 ທ່ານ, ຍິງ 8 ທ່ານ.

          ໃນພິທີ ໃຫ້ກຽດຂື້ນຜ່ານ ຂໍ້ຕົກລົງຂອງຄະນະຮັບຜິດຊອບຊີ້ນໍາ ການຝຶກອົບຮົມກົດໝາຍຂັ້ນແຂວງ ສະບັບເລກທີ 626/ຄຮຊຝຂ, ລົງວັນທີ 7/10/2019, ວ່າດ້ວຍການຍ້ອງຍໍຜູ້ທີ່ຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຮຸ້ນທີ VIII ປະຈໍາປີ 2019, ໂດຍທ່ານ ທອງຄໍາ ທໍາມະວົງ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ໃຫ້ກຽດຂື້ນມອບໃບຍ້ອງຍໍ ໂດຍທ່ານ ທ່ານ ຄໍາບາງ  ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທໍາແຂວງ ໃຫ້ແກ່ຄະນະຮັບຜິດຊອບ, ພະນັກງານຊ່ວຍວຽກຂັ້ນພະແນກ ຈໍານວນ 13 ທ່ານ, ຍິງ 9 ທ່ານ, ພ້ອມດ້ວຍຄູອາຈານ ທີ່ສິດສອນ 25 ທ່ານ, ຍິງ 02  ທ່ານ ແລະ ຝຶກອົບຮົມ 43 ທ່ານ, ຍິງ 8 ທ່ານ.

          ໃນພິທີ ທ່ານ ພອນເພັດ  ຄິວລະວົງ ສະມາຊິກສະພາແຫ່ງຊາດ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນຜູ້ຊີ້ນໍາກຸ່ມປົກປ້ອງກົດໝາຍ ກໍ່ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີປິດຊຸດຝຶກອົບຮົມໃນຄັ້ງນີ້, ກ່ອນອື່ນໝົດທ່ານ ກໍ່ໄດ້ຍ້ອງຍໍ, ຊົມເຊີຍ ຕໍ່ນັກຝຶກອົບຮົມໃນຄັ້ງນີ້, ທີ່ສາມາດຍາດເອົາຜົນສໍາເລັດ ແລະ ຜົນງານດັ່ງກ່າວດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າ, ຈົນເຖິງບັ້ນສຸດທ້າຍ, ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ ກັບຄືນເມືອກົມກອງທ້ອງຖິ່ນຮາກຖານ ໃຫ້ບັນດາສະຫາຍ ນໍາເອົາເນື້ອໃນກົດໝາຍ ໄດ້ຮັບຮູ້ ໄປໝູນໃຊ້ໃຫ້ຖືກຕ້ອງ ແລະ ສ່ອດຄ່ອງ ກັບຕົວຈິ່ງ ແລະ ປ່ຽນແປງຈາກຄວາມຊິນເຄີຍ ໃຫ້ເຂົ້າສູ່ລະບົບກົດໝາຍເທື່ອລະກ້າວ.

          ຕອນທ້າຍຂອງພິທີ ທ່ານໄດ້ເນັ້ນໜັກຕືມອີກ ຂໍໃຫ້ບັນດາສະຫາຍເອົາໃຈໃສ່ ປະຕິບັດສະເພາະໜ້າ ແລະ ຍາວນານ ໃນການເຮັດໜ້າທີ່ ວຽກງານຕົວຈິ່ງ ຂອງແຕ່ລະສະຫາຍ ໃຫ້ມີປະສິດຕິພາບ, ປະສິດຕິຜົນສູງ ແລະ ແນ່ໃສ່ການການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍ ຢ່າງແທ້ຈິງ.

          ຕ່າງໜ້າໃຫ້ແກ່ນັກສໍາມະນາກອນ ຂື້ນຮັບຄໍາໂອວາດຂອງທ່ານ ປະທານ ຈະຮັບເອົາຄໍາໂອ້ລົມຂອງທ່ານ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ພວກຂ້າພະເຈົ້າ ເປັນແຮງອັນລໍ້າຄ່າ , ເປັນທິດສະດີອັນຖືກຕ້ອງ, ພວກຂ້າພະເຂົ້າຂໍປະຕິຍານຕົນວ່າ ຈະອຸທິດເຫື່ອແຮງ ແລະ ສະຕິປັນຍາ ໃຫ້ແກ່ພັກ-ລັດ ແລະ ສະຫຼະເຫື່ອແຮງໃຫ້ວຽກງານໃຫ້ດີເດັ່ນ ເຮັດໃໃຫ້ປະເທດຊາດມີຄວາມຈະເລີນ.

            ຖ່າຍພາບ: ຂຽນຂ່າວ: ໂດຍ ພູພຽງໃຈ  ພິມມະວົງສາ.