ເມືອງກະລຶມ ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນ ປະຈຳປີ 2018

     ໃນຕອນບ່າຍຂອງວັນທີ 14 ກຸມພາ 2018 ທີ່ຜ່ານມາ ຢູ່ທີ່ໂຮງຮຽນປະຖົມກຸ່ມບ້ານປາກໄຊ ແລະ ບ້ານທົ່ງແຄນ ເມືອງກະລືມ ແຂວງເຊກອງໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນ ປະຈຳປີ 2018 ຂື້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ບົວເງິນ ພຽນດາວັນ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງກະລຶມ, ຜູ້ຊີ້ນຳວຽກງານອົງການປົກປ້ອງກົດໝາຍ, ມີທ່ານ ຄຳມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ເຊກອງ, ທ່ານ ງັດສະໃໝ ທອດເຊກອງ ຫົວໜ້າຫ້ອງການຍຸຕິທຳເມືອງກະລຶມ, ມີແຂກຖືກເຊີນ, ພະນັກງານ-ລັດຖະກອນ ແລະ ຜູ້ເຂົ້່າຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

     ທ່ານ ງັດສະໃໝ ທອດເຊກອງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານບົດສະຫຼຸບລາຍງານກ່ຽວກັບການກະກຽມວຽກງານການຮຽນ-ການສອນກົດໝາຍຊັ້ນຕົ້ນຄັ້ງນີ້ ພ້ອມທັງຕີລາຄາຄືນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງວາງທິດທາງແຜນການຕໍ່ໜ້າ. ສຳລັບການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຄັ້ງນີ້ ມີຜູ້ເຂົ້າຮຽນທັງໝົດ 37 ຄົນ, ຍິງ 08 ຄົນ ໃນນັ້ນສ່ວນຫຼາຍແມ່ນມາຈາກອົງການຈັດຕັ້ງຂອງບ້ານ ແລະ ຊາວໜຸ່ມບ້ານ.

     ໃນໂອກາດດຽວກັນນັ້ນ ທ່ານ ບົວເງິນ ພຽນດາວັນ ໄດ້ກ່າວສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດການຮຽນ ໃນການກະກຽມວຽກງານທຸກດ້ານ ເຮັດໃຫ້ຊຸດການຮຽນສາມາດເປີດຂຶ້ນໄດ້ ແລະ ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ 5 ວຽກງານຍຸຕິທຳຮາກຖານ ແລະ ວຽກງານ 3 ສ້າງ ເວົ້າລວມ, ເວົ້າສະເພາະຕ້ອງສຸມໃສ່ການຮຽນ-ການສອນກົດໝາຍຊັ້ນຕົ້ນໃຫ້ບັນລຸຜົນສຳເລັດ ແລະ ນຳເອົາຄວາມຮູ້ທີ່ໄດ້ຈາກການຮຽນເປັນຕົ້ນ ລັດຖະທຳມະນູນ, ກົດໝາຍ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນພາຍໃນບ້ານ, ພາຍໃນກຸ່ມ ເຫັນໄດ້ ຮັບຮູ້ ແລະ ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ແລະ ເຂັ້ມງວດ.

ພາບ, ຂ່າວ: ວິລະພັນ ອິນທະວົງສາ ພະແນກຍຸຕິທຳແຂວງເຊກອງ.