ໜ່ວຍພັກຮາກຖານພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ເປີດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ.

ໃນວັນທີ 16 ຕຸລາ 2018 ທີ່ຫ້ອງປະຊຸມພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ເປີດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ ພາຍໃຕ້ການເປັນປະທານຂອງ ທ່ານ ອ້ວນຄໍາ ທຸງໄຊ ກຳມະການພັກເເຂວງ, ຫົວໜ້າຄະນະຈັດຕັ້ງເເຂວງ ຊີ້ນໍາວຽກງານຈັດຕັ້ງພະນັກງານ, ມີ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກຮາກຖານພະເເນກຍຸຕິທໍາ, ຫົວໜ້າພະເເນກຍຸຕິທໍາເເຂວງ, ເເຂກທີ່ຖືກເຊີນຈາກໜ່ວຍພັກອ້ອມຂ້າງເເຂວງ ພ້ອມດ້ວຍສະມາຊິກພັກສົມບູນ, ສະມະຊິກພັກສໍາຮອງ ເຂົ້າຮ່ວມທັງໝົດຈໍານວນ 31 ສະຫາຍ, ຍິງ 13 ສະຫາຍ.

ໃນພິທີດັ່ງກ່າວນີ້ ທ່ານ ກາວິນ ເເກ້ວຈັນທະວົງ ຫົວໜ້າຂະເເໜງກໍ່ສ້າງພັກ ໃຫ້ກຽດຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມະຊິກພັກສໍາຮອງຂື້ນເປັນສົມບູນ ໂດຍອີງຕາມມະຕິຕົກລົງສະບັບເລກທີ 650/ຄຈພຂ/, ລົງວັນທີ 02/10/2018 ເເລະ ມະຕິຕົກລົງສະບັບເລກທີ 651/ຄຈພຂ, ລົງວັນທີ 02/10/2018 ຊຶ່ງປະກອບມີ 2 ສະຫາຍຄື: ສະຫາຍ ບົວສີ ພິມມະວົງ, ສະຫາຍ ນາງ ມະນີດາ ເລຫວຽດມ່ວງ. ຊຶ່ງໄດ້ຜ່ານການຕິດຕາມຈາກສະມາຊິກພັກສົມບູນ ໃນໄລຍະຜ່ານມາເປັນເວລາ 12 ເດືອນ ເຫັນໄດ້ວ່າພວກສະຫາຍເເມ່ນໄດ້ປະຕິບັດລະບຽບຂອງພັກວາງອອກຢ່າງຖືກຕ້ອງ ເເລະ ຄົບຖ້ວນ. ຈາກນັ້ນ, ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວພັກພະເເນກຍຸຕິທໍາ, ຫົວໜ້າພະເເນກຍຸຕິທໍາເເຂວງ ກໍໄດ້ ມີຄໍາເຫັນ ເເລະ ຢັ້ງຢືນຮັບເອົາສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ.

ໃນຕອນທ້າຍຂອງພິທີ ທ່ານ ອ້ວນຄຳ ທຸງໄຊ ກຳມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກຫຼາຍບັນຫາເປັນຕົ້ນການປະຕິບັດລະບຽບພັກ ແລະ ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນ 5 ຄຸນທາດການເມືອງຂອງພັກຄື:
1. ພັກປະຊາຊົນປະຕິວັດລາວຍຶດໝັ້ນລັດທິມາກ-ເລນິນ;
2. ພັກປະຊາຊົນປະຕິວັດລາວຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ;
3. ພັກປະຊາຊົນປະຕິວັດລາວຖືເອົາຄວາມສາມັກຄີເປັນປຶກແຜ່ນ, ເປັນຫຼັກການຟື້ນຖານຂອງພັກ;
4. ພັກປະຊາຊົນປະຕິວັດລາວຖືເອົາປະຊາຊົນເປັນກົກ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່;
5. ພັກປະຊາຊົນປະຕິວັດລາວຖືເອົາການຕິຊົມຕົນເອງ, ຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ.
ນອກຈາກນັ້ນ, ສະມາຊິກພັກຕ້ອງເປັນແບບຢ່າງໃນສິ່ງທີ່ດີ, ກຳແໜ້ນໜ້າທີ່ຂອງສະມາຊິກພັກ, ຖືເອົາຫຼັກການລວມສູນປະຊາທິປະໄຕເປັນຫຼັກ, ມີສະຕິລະວັງຕົວຕ້ານທຸກກົນອຸບາຍຂອງສັດຕູທີ່ຫັນປ່ຽນໂດຍສັນຕິວິທີ.

ຂຽນໂດຍ: ນາງ ລັດດາວັນ ຄໍາພູມີ