ພະແນກຍຸຕິທຳແຂວງ ໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບ ກວດກາປະເມີນຜົນ ການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານປະຈຳປີ 2018

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 27 ພະຈິກ 2018 ທີ່ຜ່ານມາ ຢູ່ພະແນກຍຸຕິແຂວງ ໄຊຍະບູລີ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ແລະ ສະຫາຍ ອາເມ ຊົງເຢັຽເລັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ມີທີມງານຂອງແຂວງລົງກວດກາໜ່ວຍພັກໃນຄັ້ງນີ້ໂດຍແມ່ນ ສະຫາຍ ສົມເພັດ ຫຼຽນທອງ ຫົວໜ້າອົງການໄອຍະການປະຊົນຊົນແຂວງ ພ້ອມດ້ວຍຄະນະ, ມີຄະນະໜ່ວຍພັກ, ມີສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດຈຳນວນ 44 ສະຫາຍ, ຍິງ 19 ສະຫາຍ.

          ໃນພິທີ່ດັ່ງກ່າວ ສະຫາຍ ອາເມ ຊົງເຢັຍເລັ່ງ ເລຂາໜ່ວຍພັກພະແນກຍຸຕິທຳແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບກວດກາປະເມີນຜົນກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2018 ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ຊຶ່ງສະພາບລວມພາຍໃນໜ່ວຍພັກເປັນໜ່ວຍພັກໜຶ່ງພາຍໃຕ້ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ, ມີພາລະບົດບາດເປັນແກນນຳໃນລະບົບການເມືອງ, ມີໜ້າທີ່ສຶກສາອົບຮົມ ແລະ ຈັດຕັ້ງນໍາພາສະມາຊິກພັກ, ພະນັກງານ-ລັດຖະກອນ, ປະຕິບັດແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ທີ່ວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມໄດ້ຕີລາຄາຈັດປະເພດສະມາຊິກພັກ ໄດ້ປະເພດ: ແຂງ ທຸກສະຫາຍ ແລະ ມະຫາຊົນ ໄດ້ປະເພດ: ດີ ທຸກສະຫາຍ, ນອກນັ້ນຍັງໄດ້ຈັດແບ່ງປະເພດຂະແໜງການມີ 8 ຂະແໜງການ ໄດ້ປະເພດ: ແຂງ,  3 ອົງການຈັດຕັ້ງມະຫາຊົນໄດ້ປະເພດ: ແຂງ, ປະຕິບັດຂໍ້ແຂງຂັ້ນຮັກຊາດພັດທະນາຂອງໜ່ວຍພັກ ສະເລ່ຍໄດ້ 97,6%, ຈັດປະເພດໝ່ວຍພັກເປັນ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 10 ປີຊ້ອນ.

ໃນພິທີ ສະຫາຍ ປອ. ບຸນລື ສົມສັກດີ ຄະນະໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ຍັງໄດ້ຂື້ນຜ່ານ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2019:  ຂໍ້ແຂ່ງຂັນ 8 ຂະແໜງການ, ອົງການຈັດຕັ້ງມະຫາຊົນ 3 ອົງການ ແລະ ຈັດປະເພດກົມກອງໃຫ້ໄດ້ປະເພດ ເຂັ້ມແຂງ, ສະມາຊິກພັກ ໃຫ້ໄດ້ປະເພດ ແຂງ,  ມະຫາຊົນ ໃຫ້ໄດ້ປະເພດ ດີ, ການປະຕິບັດຂໍ້ແຂງຂັ້ນຮັກຊາດ ແລະ ພັດທະນາ 9 ຂໍ້ ໃຫ້ໄດ້  98,5%  ນອກຈາກນີ້ເລຂາໜ່ວຍພັກ, ຕາງໜ້າຂະແໜງການ, 3 ອົງການຈັດຕັ້ງມະຫາຊົນ ໄດ້ຂື້ນຈັບມືຮັບຮອງເອົາຂໍ້ແຂງຂັ້ນຮັກຊາດ ແລະ ພັດທະນາອີກດ້ວຍ.

                                               

ຂຽນຂ່າວໂດຍ: ນາງໄມ ໄຊຍະວົງ

ປະເພດຂ່າວ: