ເມືອງໄຊຍະບຸລີ ເປີດການຮຽນ-ການສອນກົດໝາຍ ຊັ້ນຕົ້ນ ຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນເມືອງ

ໃນຕອນບາຍຂອງວັນທີ 12 ມັງກອນ 2016 ນີ້ ເມືອງໄຊຍະບຸລີ, ແຂວງໄຊຍະບຸລີໄດ້ເປີດການຮຽນ ການສອນກົດໝາຍຊັ້ນຕົ້ນຂຶຶ້ນທີ່ຫ້ອງວ່າການປົກຄອງເມືອງໄຊຍະບູລີພາຍໃຕ້ການເປັນປະທານຂອງ ທ່ານ ຄຳສິງ ສໍລະສຸກ, ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໄຊຍະບູລີໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກລັດຖະມົນຕີວ່າການກະຊວງຍຸຕິທຳ, ມີຫົວໜ້າຫ້ອງການກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າຫ້ອງການຍຸຕິທຳເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ, ນາຍບ້ານ, ພະນັກງານຫຼັກແຫຼງອ້ອມຂ້າງເມືອງ ແລະ ນັກສຶກສາສະຖາບັນຍຸຕິທຳສາຍພາກເໜືອເຂົ້າຮ່ວມ 116 ທ່ານ, ຍິງ 68 ທ່ານ.

      ຈຸດປະສົງໃນການເປີດການຮຽນ ການສອນກົດໝາຍຊັນຕົ້ນເພື່ອໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກທຸ ລະກິດ, ແມ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບເນື້ອໃນຈິດໃຈຂອງກົດໝາຍຕ່າງໆເພື່ອນຳໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຕົນ.

      ໃນໂອກາດນີ້ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳກໍໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງກົດໝາຍ ພ້ອມທັງຊີ້ນຳໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານນອກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ນັກວິທະຍາກອນຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນວຽກງານດັ່ງກ້າວ ພ້ອມທັງຈັດແບ່ງຕາຕະລາງຂຶ້ນຫ້ອງສອນກະກຽມບົດສອນຢ່າງຄັກແນ່ ແລະ ເອົາໃຈໃສ່ໃນການສິດສອນຢ່າງປົກກະຕິຕໍ່ເນືອງກັນ. ພ້ອມກັນນີ້ ຍັງໄດ້ຮຽກຮ້ອງມາຍັງນັກຮຽນແຕ່ລະຄົນຈົ່ງເອົາໃຈໃສ່ໃນການຄົ້ນຄ້ວາຮຳ່ຮຽນໃຫ້ຄົບຕາມຫຼັກສູດທີ່ໄດ້ກຳນົດການຮຽນ ການສອນກົດໝາຍຊັ້ນຕົ້ນຊຸດທີ I ຢູ່ເມືອງໄຊຍະບຸລີຈະດຳເນີນໄປເປັນເວລາ 45 ວັນຈຶ່ງຈະສຳເລັດລົງ.