ພະແນກຍຸຕິທຳແຂວງ ໄຊຍະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ພະນັກງານຢູ່ 04 ເມືອງ

     ໃນ​ລະຫວ່າງວັນ​ທີ 15-17 ສິງຫາ 2018 ນີ້ ​ພະ​ແນ​ກຍຸຕິ​ທຳ​ແຂວງ ​ໄຊ​ຍະ​ບູລີ ​ໄດ້​ລົງ​ເຄື່ອນ​ໄຫວ​ສ້າງ​ສະຕິ​ເຄົາລົບ​ກົດໝາຍ​ໃຫ້​ແກ່​ພະນັກງານ​ຢູ່ 04 ​ເມືອງ​ຄື: ​ເມືອງ ປາກລາຍ, ເມືອງ ແກ່ນທ້າວ, ເມືອງ ທົ່ງມີໄຊ ແລະ ເມືອງ ບໍ່ແຕນ, ມີບັນດາ​ທ່ານ​ຄະນະປະຈຳ​ພັກ​ເມືອງ, ກຳມະການ​ພັກ​ເມືອງ, ຫົວໜ້າ​-ຮອງຫົວໜ້າ​ຫ້ອງການ, ປກສ, ປກຊ ຕະຫຼອດຮອດພະນັກງານລັດ​ວິ​ສາ​ຫະກິດ ອ້ອມຂ້າ​ງ​ເມືອງ ຊຶ່ງ​ມີ​ຜູ່້ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 554 ຄົນ, ຍິງ 168 ຄົນ.

     ການ​ເຄື່ອນ​ໄຫວ​ວຽກງານໃນ​ຄັ້ງ​ນີ້​ ນໍາພາ​ໂດຍ​ ທ່ານ ອາເມ ຊົງເຢຍເລັ່ງ ກຳມະການພັກ ແຂວງ ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ແຂວງ, ຊຶ່ງການເຜີຍແຜ່ກົດໝາຍໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ເຂົ້າໃນການເຄື່ອນໄຫວວຽກງານ ແລະ ຕິດພັນກັບການດຳລົງຊິວິດ, ການພົວພັນຊຶ່ງກັນ ແລະ ກັນໃນສັງຄົມ ເປັນຕົ້ນ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍອາຍາ, ກົດໝາຍວ່າດ້ວຍ ຂໍ້ຜຸກພັນໃນ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ຄອບຄົວ ແລະ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ. 

     ການ​​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ແນ​ໃສ່ເພື່ອ​ແກ້​ໄຂ​ບັນ​ຫາ ​ແລະ ປະກົດ​ການ​ຫຍໍ້​ທໍ້ຕ່າງໆທີ່​​ເກີດຂຶ້ນ​ຢູ່​ແຕ່ລະ​ເມືອງ​ ແລະ ທ້ອງ​ຖິ່ນ., ​ເຮັດ​ໃຫ້ຜູ່້ເຂົ້າ​ຮ່ວມ​ຮັບ​ຟັງ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈກ່ຽວກັບກົດໝາຍ, ການເຂົ້າເຖິງຂະບວນການຍຸຕິທຳຫຼາຍ​ຂຶ້ນ, ເພື່ອເປັນການເພີ່ມທະວີການສ້າງສະຕິເຄົາລົບກົດໝາຍໃນຖັນແຖວພະນັກງານຢູ່ແຕ່ລະເມືອງໃຫ້ເປັນລະບົບຕໍ່ເນື່ອງ.

 

ຂຽນຂ່າວ: ທ້ອງຖິ່ນ; ປັບປຸງ: ປາວີຄຳ ເພັດທະລາກຸນ