ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ 10 ວັນ ແລະ ຝຶກອົບຮົມກົດໝາຍ 45 ວັນ ທີ່ ເມືອງ ເງິນ ແຂວງ ໄຊຍະບູລີ

ໃນຕອນເຊົ້າຂອງວັນທີ 9 ສິງຫາ 2019 ຢູ່ທີ່ສະໂມສອນປົກຄອງບ້ານ ທອງ ຫ້ອງການຍຸຕິທຳເມືອງ ແລະ ຄະນະໂຄສະນາອົບຮົມ ແລະ ຈັດຕັ້ງ ເມືອງເງິນ ແຂວງ ໄຊຍະບູລີ ໄດ້ເປີດຊຸດຝຶກອົບທິດສະດີການເມືອງ-ການປົກຄອງ 10 ວັນ ແລະ ກົດໝາຍ 45 ວັນ ໃຫ້ອົງການປົກຄອງຂັ້ນຮາກຖານບ້ານ, ຄະນະໜ່ວຍ, ເລຂາພັກບ້ານ, ນາຍບ້ານ ຈໍານວນບ້ານ 7 ບ້ານ ຂອງກຸ່ມບ້ານທອງ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄໍາແພງ ຕັດສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງເງິນ ແລະ ທ່ານ ອາເມ ຊົ່ງເຍ້ຽເລັ່ງ ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງໄຊຍະບູລີ, ມີພະນັກງານຫ້ອງການຍຸຕິທຳເມືອງ, ຄະນະໂຄສະນາອົບຮົມເມືອງ ແລະ ແຂກຖືກເຊີນຈາກບັນດາຫ້ອງການ, ອົງການລັດທຽບເທົ່າອ້ອມຂ້າງເມືອງພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມທັງໝົດ ຈໍານວນ 59 ຄົນ, ຍິງ 10 ຄົນ.

ໃນກອງປະຊຸມຄະນະຈັດຕັ້ງພິທີ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດການເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ແລະ ກົດໝາຍ 45 ວັນ ຂອງເຈົ້າເມືອງ ສະບັບເລກທີ 379 / ຈມ.ມງ, ລົງວັນທີ 1 ສິງຫາ 2019; ຂໍ້ຕົກລົງຂອງເຈົ້າເມືອງວ່າການແຕ່ງຕັ້ງຄະນະຮັບຜິດຊອບ ສະບັບເລກທີ 413 / ຈມ.ມງ, ລົງວັນທີ 6 ສິງຫາ 2019. ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງວິທະຍາກອນ ສະບັບເລກທີ 418 / ຈມ.ມງ, ລົງວັນທີ 6 ສິງຫາ 2019, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນັກສໍາມະກອນ ສະບັບເລກທີ 414 / ຈມ.ມງ, ລົງວັນທີ 6 ສິງຫາ 2019. ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ. ເພື່ອເຮັດໃຫ້ອົງການປົກຄອງບ້ານເຄື່ອນໄຫວວຽກງານຢ່າງຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງມີຄຸນນະພາບ, ໃນການຫັນການບໍລິຫານບ້ານ ເຂົ້າສູ່ກົດໝາຍເທື່ອລະກ້າວ, ເຮັດໃຫ້ມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ໃນການເປີດຊຸດຝຶກ ໃນຄັ້ງນີ້ ແມ່ນໄດ້ຄັດຈ້ອນ ເອົາບັນດາແນວທາງການເມືອງ ແລະ ບັນດາກົດໝາຍຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຮຽນ-ການສອນ ສໍາລັບກົດໝາຍ 45 ວັນ ຊຶ່ງປະກອບມີ 34 ວິຊາ, 22,5 ໜ່ວຍກິດ, 360 ຊົ່ວໂມງ.
ໃນຕອນທ້າຍ ທ່ານ ອາເມ ຊົ່ງເຍ້ຽເລັ່ງ ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ນັກຝຶກອົບຮົມ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ, ຄວາມຈໍາເປັນໃນໜ້າທີ່ການເມືອງໄລຍະໃໝ່, ເພື່ອປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ໃຫ້ປາກົດຜົນເປັນຈິງ ກ່ຽວກັບການສ້າງລັດໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ, ສ້າງບ້ານໃຫ້ມີສະຕິເຄົາລົບກົດໝາຍ ສະນັ້ນ, ປະຊາຊົນຕ້ອງຮູ້ ແລະ ເຂົ້າໃຈຕໍ່ກົດໝາຍ ດັ່ງນັ້ນ, ຈຶ່ງໄດ້ມີໂຄງການຝຶກອົບຮົມໃຫ້ຄະນະໜ່ວຍພັກ, ເລຂາພັກບ້ານ, ນາຍບ້ານ ຮັບຮູ້ເຂົ້າໃຈກົດໝາຍຢ່າງເລິກເຊິ່ງ, ບໍ່ໃຫ້ສ້າງຄວາມຫຍຸ້ງຍາກ ແລະ ກົດໜ່ວງທ່ວງດຶງໃນການພັດທະນາ, ການເຄື່ອນໄຫວການສ້າງສາການພັດທະນາເສດຖະກິດຂອງປະຊາຊົນ ແລະ ໃຫ້ສາມາດປະຕິບັດໄດ້ຢ່າງຖືກຕ້ອງຊັດເຈນ. ພ້ອມທັງຮຽກຮ້ອງໃຫ້ຄະນະບ້ານ ຊ່ວຍປະເມີນບ້ານແບບຢ່າງ, ຄອບຄົວແບບຢ່າງໃນການປະຕິບັດກົດໝາຍ ແລະ ຮຽກຮ້ອງໃຫ້ຄະນະຮັບຜິດຊອບຕ້ອງປະຕິບັດ ເພື່ອຮັບປະກັນຄຸນນະພາບ, ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນຕ້ອງເອົາໃຈໃສ່ຄົ້ນຄວ້າ, ກະກຽມບັນດາເອກະສານ, ບົດສອນເພື່ອຖ່າຍທອດຄວາມຮູ້ໃຫ້ກັບນັກຝຶກອົບຮົມ, ນອກຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ຕ້ອງເອົາໃຈໃສ່ ປະຕິບັດລະບຽບ ການຮຽນຢ່າງເຂັ້ມງວດ ແລະ ຍາດແຍ່ງເອົາຄວາມຮູ້ ຈາກບັນດາຄູ-ອາຈານ ໃນການແລກປ່ຽນ, ຖາມ-ຕອບບົດຮຽນ ເພື່ອໃຫ້ໄດ້ຄຳຕອບຈະແຈ້ງ ແລະ ຊັດເຈນ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີແນວຫັນປ່ຽນຢ່າງຕັ້ງໜ້າ ແລະ ຄຸນນະພາບສູງ.
ຂຽນຂ່າວ: ຂົນ ບຸນທິສານ, ຖ່າຍພາບ: ຫ້ອງການຍຸຕິທໍາເມືອງ