ໜ່ວຍຊາວໜຸ່ມພະແນກຍຸຕິທຳ ແຂວງ ໄຊສົມບູນ ຈັດກອງປະຊຸມໃຫຍ່ຄັ້ງທີ I

ກອງປະຊຸມໃຫຍ່ ຂອງໜ່ວຍຊາວໜຸ່ມພະແນກຍຸຕິທຳ ແຂວງ ໄຊສົມບູນ ຄັ້ງທີ I ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2019 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ໂດຍການເປັນປະທານຮ່ວມຂອງ ສະຫາຍ ເຍ່ຍຊົ່ງ ຫວັງທ່າວ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ຊົວເຊັ່ງ ຈືວ່າໜໍເຮີລໍ່ ຄະນະປະຈຳໜ່ວຍພັກ, ປະທານກວດກາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ ແລະ ສະຫາຍ ສຸກສັນ ຈັນທະວົງ ຮອງເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ, ເລຂາໜ່ວຍຊາວໜຸ່ມ ສານປະຊາຊົນແຂວງ, ເລຂາໜ່ວຍຊາວໜຸ່ມ ອົງການໄອຍະການປະຊາຊົນແຂວງ, ເລຂາໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງ ແລະ ມີເລຂາໜ່ວຍຊາວໜຸ່ມພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກໍໄດ້ເຂົ້າຮ່ວມ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນພະແນກ ເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ.

ໃນກອງປະຊຸມ ສະຫາຍ ສຸກສັນ ຈັນທະວົງ ຮອງເລຂາໜ່ວຍຊາວໜຸ່ມຂອງພະແນກຍຸຕິທຳ ກໍໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ. ຊຶ່ງໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ໄຊສົມບູນ ໄດ້ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກພາຍໃນໜ່ວຍຢ່າງເປັນປົກກະຕິ, ພ້ອມທັງເອົາໃຈໃສ່ ຊີ້ນຳ-ນຳພາໜ່ວຍຊາວໜຸ່ມເຕົ້າໂຮມຄວາມສາມັກຄີ, ສ້າງຄວາມເຂັ້ມແຂງໃຫ້ເປັນປຶກແຜ່ນ, ຄວບຄູ່ໄປກັບສຶກສາອົບຮົມວິທີການເພື່ອຕໍ່ຕ້ານກ່ຽວກັບກົນອຸບາຍຂອງກຸ່ມຄົນທີ່ບໍ່ຫວັງດີ ແລະ ຍັງໄດ້ຈັດຕັ້ງເຄື່ອນໄຫວຂະບວນການຕ່າງໆ ແລະ ວຽກງານດ້ານອື່ນໆ ຢ່າງກວ້າງຂວາງ. ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ລົງສະໝັກທັງໝົດ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ ຜົນການປ່ອນບັດເລືອກໄດ້ ສະຫາຍ ສຸກສັນ ຈັນທະວົງ ເປັນເລຂາໜ່ວຍຊາວໜຸ່ມຊຸດໃໝ່, ສະຫາຍ ທອງເຫຼົາ ອີນທະວົງ ເປັນຮອງເລຂາ ແລະ ສະຫາຍ ນາງ ເຢີລໍ່ ໄຊດາຊົວຕົ່ງ ເປັນຄະນະ. 
ໃນໂອກາດດັ່ງກ່າວ ສະຫາຍ ເຍ່ຍຊົ່ງ ຫວັງທ່າວ ຮອງເລຂາຄະນະບໍລິຫານຊາວໜຸ່ມແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍ ໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ ຈົ່ງສຶບຕໍ່ຈັດຕັ້ງປະຕິບັດວຽກງານຊາວໜຸ່ມຂອງພະແນກດ້ວຍຄວາມຮັບຜິດຊອບສູງ, ເຕົ້າໂຮມຄວາມສາມັກຄີຂອງສະມາຊິກພາຍໃນໜ່ວຍໃຫ້ມີຄວາມແໜ້ນແຟ້ນ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນໃຫ້ມີຄວາມຮູ້ຄວາມສາມາດໃນທຸກດ້ານ, ມີຄວາມດຸໝັ່ນ ແລະ ພ້ອມກັນຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃຫ້ປະກົດຜົນເປັນຈິງ.

ຂຽນຂ່າວ-ຖ່າຍພາບ: ທອງເຫຼົາ ອີນທະວົງ