ໜ່ວຍພັກພະແນກຍຸຕິທຳ ແຂວງໄຊສົມບູນສໍາເລັດບັ້ນດຳເນີນຊີວິດການເມືອງ

ໃນຕອນເຊົ້າຂອງວັນທີ 30 ທັນວາ 2019 ທີ່ຜ່ານມາ ໜ່ວຍພັກພະແນກຍຸຕິທໍາແຂວງ ໄຊສົມບູນ ໄດ້ໄຂກອງປະຊຸມບັ້ນດຳເນີນຊີວິດການເມືອງຂຶ້ນ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ໄຊສົມບູນ ໂດຍການເປັນປະທານຂອງ ສະຫາຍ ພົມມາ ແກ້ວບົວພາ ຫົວໜ້າພະແນກພາຍໃນແຂວງ ຮອງຄະນະຮັບຜິດຊອບຕິດຕາມ, ກວດກາ ບັ້ນດໍາເນີນຊີວິດການເມືອງ ກຸ່ມປົກປ້ອງກົດໝາຍ, ມີຄະນະຕິດຕາມກວດກາ ການປະເມີນຂັ້ນແຂວງ ແລະ ສະມາຊິກພັກສົມບູນ-ສຳຮອງຂອງພະແນກຍຸຕິທຳເຂົ້າຮ່ວມ.

ຈຸດປະສົງ ແມ່ນເພື່ອສໍາຫຼວດ, ກວດກາ ຕີລາຄາ ການຊີ້ນໍາ-ນໍາພາຂອງໜ່ວຍພັກພະແນກຍຸຕິທໍາແຂວງ ໄຊສົມບູນ ໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ສະຫາຍ ອຸດອນ ສິງດາລາ ເລຂາໜ່ວຍພັກພະແນກຍຸຕິທຳແຂວງ ໄຊສົມບູນ ກໍໄດ້ຜ່ານບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກພະແນກຕໍ່ກອງປະຊຸມ, ບັນດາສະມາຊິກພັກສົມບູນ ແລະ ສໍາຮອງແຕ່ລະສະຫາຍກໍໄດ້ຜ່ານບົດສຳຫຼວດຂອງຕົນເອງ ພ້ອມທັງ ປະກອບຄຳຄິດຄຳເຫັນຕໍ່ການຊີ້ນຳ-ນຳພາລວມຂອງຄະນະໜ່ວຍພັກ ແລະ ຕໍ່ບັນດາສະມາຊິກພັກຢ່າງກົງໄປກົງມາ, ຕໍານິສົົ່ງຂ່າວຊຶ່ງກັນ ແລະ ກັນດ້ວຍຄວາມຈິງໃຈ.
ໃນຕອນທ້າຍ ສະຫາຍ ພົມມາ ແກ້ວບົວພາ ເລຂາໜ່ວຍພັກ ຫົວໜ້າພະແນກພາຍໃນແຂວງ ຮອງຄະນະຮັບຜິດຊອບຕິດຕາມ, ກວດກາ ບັ້ນດໍາເນີນຊີວິດການເມືອງ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັ້ນດຳເນີນຊີວິດການເມືອງ ຂອງໜ່ວຍພັກພະແນກຍຸຕິທຳ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຈົ່ງນຳເອົາເນື້ອໃນຈິດໃຈຂອງບັ້ນດຳເນີນຊີວິດການເມືອງຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ທັງສ້າງໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ, ມີແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ສ້າງພັກໃຫ້ມີຄວາມເຂັ້ມແຂງຮູ້ນໍາພາຮອບດ້ານ.

ຂຽນຂ່າວ: ຫົງທອງ ອຸ່ນທະວີສັກ, ຖ່າຍພາບ: ຄຳພັນ ລີໄຊຫວ່າງ