ບົດຄວາມ ແລະ ຂ່າວອື່ນໆ

ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງ ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງວຽງຈັນ

ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງ ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງວຽງຈັນ

***********************

ກະຊວງຍຸຕິທຳ ເພີ່ມມາດຕະການເຂັ້ມງວດປ້ອງກັນ COVID-19

ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາ 2020 ວ່າດ້ວຍ ການສືບຕໍ່ປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020 ແລະ ແຈ້ງການຂອງຫ້ອງການກະຊວງຍຸຕິທຳ ສະບັບເລກທີ 519/ກຍ.ຫກ ລົງວັນທີ 4 ພຶດສະພາ 2020 ວ່າດ້ວຍ ການປະຈຳການຂອງພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ແຕ່ວັນທີ 4-17 ພຶດສະພາ 2020.

ພິທີມອບ-ຮັບລາງວັນ ການແຂ່ງຂັນແຕ້ມຮູບພາບກ່ຽວກັບການເຂົ້າເຖິງກົດໝາຍເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ທັນວາ 2019 ຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຕາງໜ້າຈາກໂຄງການ 3s, ສະຖາບັນວິຈິດສິນ, ສູນກາງສະຫະພັນແມ່ຍິງລາວ, ແຂກຖືກເຊີນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ກົມໂຄສະນາເຜີຍແຜ່ກົດໝາຍ ມອບປື້ມປະມວນກົດໝາຍອາຍາ ໃຫ້ຫ້ອງການຍຸຕິທຳເມືອງ ທົ່ວນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 26 ທັນວາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດພິທີມອບປຶ້ມປະມວນກົດໝາຍອາຍາ ໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ຂຶ້ນຢູ່ທີ່ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໂດຍໃຫ້ກຽດມອບໂດຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ຮັບໂດຍ ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ; ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ, ຜູ້ຕາງໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 18 ທ່ານ, ຍິງ 3 ທ່ານ.

Subscribe to RSS - ບົດຄວາມ ແລະ ຂ່າວອື່ນໆ