ເມືອງ ນາໝໍ້ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະສັ້ນ 3 ເດືອນ ແລະ ປະ​ກາດ​ການ​ສ້າງ​ຕັ້ງ​ໜ່ວຍ​ງານທະ​ບຽນ​ສານ ຢູ່​ທີ່​ເມືອງ​ ປາກ​ແບງ ແຂວງອຸດົມໄຊ

          ໃນ​ໜຶ່ງ​ອາ​ທິດ​ທີ່​ຜ່ານ​ມາ ພະ​ແນກ​ຍຸ​ຕິ​ທຳແຂວງ ອຸດົມໄຊ ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປິດ​ການ​ຮຽນ-ການ​ສອນ​ກົດ​ໝາຍ​ຊັ້ນ​ຕົ້ນ ໄລ​ຍະ​ສັ້ນ 3 ເດືອນ ປະ​ຈຳ​ປີ 2018 ຂຶ້ນ​ທີ່​ບ້ານ ​ພູ​ເຄືອ ເມືອງ​ນາ​ໝໍ້ ແຂວງ ອຸດົມໄຊ ພ​າຍ​ໃຕ້​ການ​ເປັນ​ປ​ະ​ທານ​ຂອງ ​ທ່ານ ໃຈ​ເພັດ ຄຳ​ມະ​ລີ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງ ນາ​ໝໍ້, ມີ​ທ່ານ ສີ​ຖານ ມະ​ນີ​ໄຊ ຮອງ​ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳແຂວງ ພ້ອມ​ດ້ວຍ​ທີມ​ງານ​ຂັ້ນ​ເມືອງ ແລະ ນັກ​ສຳ​ມະ​ກອນ​ເຂົ້າ​ຮ່ວມຈຳນວນ 73 ທ່ານ, ຍິງ 12 ທ່ານ.

          ໃນ​ພິ​ທີ​ປິດ​ການ​ຮຽນ-ການ​ສອນ​ໃນ​ຄັ້ງ​ນີ້ ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ ແລະ ມອບ​ໃບ​ປ​ະກາດ​ສະ​ນີ​ຍະ​ບັດ ໃຫ້​ແກ່​ນັກ​ສຳ​ມະ​ນາ​ກອນ​ທັງ​ໝົດ 55 ທ່ານ, ຍິງ 7 ທ່ານ ເພື່ອ​ເປັນ​ການ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຕໍ່​ວຽກ​ງານ​ການ​ຮຽນ-ກາ​ນ​ສອນ​ກົດ​ໝາຍ​ຊັ້ນ​ຕົ້ນ​ໃນ​ຊຸມ​ປິ​ຕໍ່​ໜ້​າ ເວົ້າ​ລວມ ເວົ້າ​ສະ​ເພາະ ແມ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຍຸ​ຕິ​ທຳ​ຮາກ​ຖານ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ຢູ່​ທ້ອງ​ຖິ່ນ​ຮາກ​ຖານ ກໍ​ຄື​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ບ້ານ.

          ໃນ​ຕອນ​ທ້າຍ ທ່ານ ໃຈ​ເພັດ ຄຳ​ມະ​ລີ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ພັກ​ເມືອງ ເຈົ້າ​ເມືອງ ນາ​ໝໍ້ ກໍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ການ​ປົກ​ຄອງ​ຂັ້ນ​ບ້ານ ແລະ ປະ​ຊາ​ຊົນ​ພາຍ​ໃນ​ບ້ານ ໃຫ້​ມີຄວາມ​ຫ້າວ​ຫັນ​ເຂົ້າ​ມາ​ສຶກ​ສາ-​ຮ່ຳ​ຮຽນ​ເອົາ​ບັນ​ດາ​ກົດ​ໝາຍ ແລະ ລະ​ບຽບ​ການ​ຕ່າງໆ​ທີ່​ພັກ-ລັດ ໄດ້​ວາງ​ອອກ ແລະ ປ​ະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ​ນັ້ນ​ນຳ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ.

          ພ້ອມ​ດຽວ​ກັນ​ນັ້ນ ພະ​ແນກ​ຍຸ​ຕິ​ທຳ​ແຂວງ ຍັງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ການ​ສ້າງ​ຕັ້ງ​ໜ່ວຍ​ງານທະ​ບຽນ​ສານ ຢູ່​ທີ່​ເມືອງ​ ປາກ​ແບງ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ບຸນ​ມີ ຈັນ​ສະ​ຫວັດ ຮອງ​ເລ​ຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ປາກ​ແບງ ມີ​ທ່ານ ສີ​ຖານ ມະ​ນີ​ໄຊ ຮອງ​ຫົ​ວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ, ມີ​ບັນ​ດາ​ພະ​ນັກ​ງານ​ອ້ອມ​ຂ້​າງ​ເມືອງ, ບັນ​ດາ​ພະ​ນັກ​ງານ​ທະ​ນາ​ຄານ, ນັກ​ທຸ​ລະ​ກິດ ແລະ ພໍ່​ຄ້າ​ຊາວ​ຂາຍ ເຂົ້າ​ຮ່ວມ 67 ທ່ານ, ຍິງ 27 ທ່ານ. ໃນ​ກອງ​ປະ​ຊຸ​ມ​ຍັງ​ໄດ້​ຮັບ​ຟັງ ການ​ຜ່ານ​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ວ່າ​ດ້ວຍ ການ​ສ້າງ​ຕັ້​ງ​ໜ່ວຍ​ງານ​ທະ​ບຽນ​ສານ ແລະ ຂໍ້​ຕົກ​ລົງ​ຂອງ​ທ່ານ​ເຈົ້າ​ເມືອງ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຫົວ​ໜ້າ​ໜ່ວຍ​ງານ​ທະ​ບຽນ​ສານ.

          ຕອນ​ທ້າຍ ທ່ານ ບຸນ​ມີ ຈັນ​ສະ​ຫວັດ ຮອງ​ເລ​ຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ປາກ​ແບງ ໄດ້​ໂອ້​ລົ​ມ ແລະ ໃຫ້​ຄວາມ​ສຳ​ຄັນ​ຕໍ່​ພິ​ທີ​ເປີດ​ໜ່ວຍ​ງານ​ທະ​ບຽນ​ສານ ຊຶ່ງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ໜ້າ​ທີ່ ແລະ ພາ​ລະ​ບົດ​ບາດ​ອັນ​ສຳ​ຄັນ​ຂອງວຽກ​ງານ​ທະ​ບຽນ​ສານ​ຕໍ່​ສັງ​ຄົມ​ປັດ​ຈຸ​ບັນ ເປັນ​ຕົ້ນ​ແມ່​ນ​ການ​ຈົດ​ທະ​ບຽນ​ຢັ້ງ​ຢືນ​ຄວາມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ​ຂອງ​ສັນ​ຍາ, ເອ​ກະ​ສານ​ປະ​ເພດ​ຕ່າງໆ ແລະ ທ່ານ​ຍັງ​ຮຽກ​ຮ້ອງ​ມາ​ຍັງ​ນັກ​ທຸ​ລະ​ກິດ, ພໍ່​ຄ້າ​ຊາວ​ຂາຍ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາ​ໃຊ້​ບໍ​ລິ​ການ​ຢູ່​ໜ່ວຍ​ງານ​ທະ​ບຽນ​ສານ ຊຶ່ງ​ຕັ້ງ​ຢູ່​ຫ້ອງ​ການ​ຍຸ​ຕິ​ທຳ​ເມືອງ ປາກ​ແບງ ແຂວງ​ອຸ​ດົມ​ໄຊ.