Submitted by atsany on
ເພື່ອເປັນການຈັດຕັ້ງຜັນຂະຫຍາຍກອງປະຊຸມ ສີ່ພາກສ່ວນຂັ້ນສູນກາງ ລະຫວ່າງ ກະຊວງ ຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ປ້ອງກັນຄວາມສະຫງົບ ໃຫ້ປະກົດຜົນເປັນຈິງ.
ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2018 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ຈັນທະບູລີ ສົມທົບກັບ ສານປະຊາຊົນ ເຂດ III ຈັດກອງປະຊຸມ ສີ່ພາກສ່ວນ ກ່ຽວກັບການດຳເນີນຄະດີຂອງແຕ່ລະພາກສ່ວນໃຫ້ເຂົ້າສູ່ຂະບວນຍຸຕິທຳ ໂດຍການເປັນປະທານຂອງທ່ານ ຄຳພິທູນ ຈັນທະກຸນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງຈັນທະບູລີ, ມີບັນດາ ຫົວໜ້າ-ຮອງຫົວໜ້າ ຫ້ອງການຍຸຕິທຳເມືອງ, ສານປະຊາຊົນເຂດ III, ອົງການໄອຍະການປະຊາຊົນເຂດ III ແລະ ກອງບັນຊາການ ປກສ ເມືອງ ຈັນທະບູລີ ຕະຫຼອດ ຮອດຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 9 ທ່ານ.
ໃນກອງປະຊຸມຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບການດຳເນີນຄະດີແພ່ງ ແລະ ການດຳເນີນຄະດີອາຍາ ທີ່ເຫັນວ່າຍັງມີຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງສືບຕໍ່ປະສານສົມທົບກັນແກ້ໄຂ ແລະ ພ້ອມດຽວກັນນັ້ນ ກໍໄດ້ພ້ອມກັນວາງທິດທາງແຜນການຕໍ່ໜ້າກ່ຽວກັບການແກ້ໄຂຄະດີຕ່າງໆ ໃຫ້ເຂົ້າສູ່ຂະບວນການຍຸຕິທຳນັບມື້ນັບຫຼາຍຂຶ້ນ.
ພ້ອມທັງເປັນການແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການດຳເນີນຄະດີຂອງແຕ່ລະພາກສ່ວນໃຫ້ເຂົ້າສູ່ຂະບວນການຍຸຕິທຳ ໂດຍສະເພາະກໍແມ່ນການປະສານສົມທົບກັນຂອງທັງສີ່ພາກສ່ວນໃນການດຳເນີນຄະດີແພ່ງ ແລະ ການດຳເນີນຄະດີອາຍາໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ.
ຂ່າວ ອ່ອນຄຳ ໄຊຍະວົງ
ພາບ ສົມຫວັງ