ແຂວງບໍ່ແກ້ວ ສໍາເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII.

ເພື່ອປະຕິບັດ ຕາມຫຼັກສູດການຮຽນ-ການສອນ ກົດໝາຍໄລຍະສັ້ນ 45 ວັນໃຫ້ການນໍາຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຂອງກະຊວງຍຸຕິທຳ ວາງອອກໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ ໃນວັນທີ 4 ຕຸລາ 2018 ນີ້ ຢູ່ທີ່ໂຮງຮຽນທິດສະດີການເມືອງ - ການປົກຄອງແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບໃບຢັ້ງຢືນ ໃຫ້ແກ່ຜູ້ທີ່ສໍາເລັດ ການຝຶກອົບຮົມຍົກລະດັບຄວາມຮູ້ທາງດ້ານກົດໝາຍໄລຍະສັ້ນ 45 ວັນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ສົມລິດ ສີພາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍ່ແກ້ວ, ມີບັນດາການນໍາຂັ້ນແຂວງ, ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ໂຮງຮຽນ - ໂຮງໝໍ ຕະຫຼອດຮອດນັກສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມບຳລຸງກົດໝາຍໄລຍະສັ້ນ 45 ວັນໃນຄັ້ງນີ້ເປັນຊຸດທີ VII ຂອງແຂວງ ບໍ່ແກ້ວ, ມີນັກສຳມະນາກອນທັງໝົດ 45 ສະຫາຍ, ຍິງ 9 ສະຫາຍ ໃນນີ້ມາຈາກພະແນກການອ້ອມຂ້າງແຂວງ 26 ສະຫາຍ, ຍິງ 5 ສະຫາຍ, ມາຈາກເມືອງຫ້ວຍຊາຍ 6 ສະຫາຍ, ຍິງ 1 ສະຫາຍ, ມາຈາກກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 8 ສະຫາຍ, ຂົງເຂດລັດວິສາຫະກິດ, ໂຮງຮຽນ-ໂຮງໝໍ 5 ສະຫາຍ, ຍິງ 3 ສະຫາຍ ຊຶ່ງເລິ່ມປະຕິບັດການຮຽນ-ການສອນມາຕັ້ງແຕ່ຕົ້ນເດືອນ ສິງຫາ ຈົນເຖິງ ວັນທີ 4 ຕຸລາ 2018 ຈຶ່ງສຳເລັດ. ມີວິຊາຮຽນທັງໝັດ 28 ວິຊາ, ມີ 21 ໜ່ວຍກິດ, ມີ 315 ຊົ່ວໂມງ ແລະ ໃຊ້ເວລາຮຽນທັງໝົດ 45 ວັນ. ຜ່ານການຮຽນ-ການສອນ ຜົນປາກົດວ່ານັກສຳມະນາກອນທຸກສະຫາຍແມ່ນມີຄວາມຕັ້ງໃຈ, ເອົາໃຈໃສ່ປະຕິບັດກົດລະບຽບການຮຽນ-ການສອນຂອງຄູ-ອາຈານ ໄດ້ດີ ຊຶ່ງມັນສະແດງອອກໃນເວລາຮຽນ, ເວລາສອນ ແລະ ກວດກາແຕ່ລະວິຊາ ສາມາດຕີລາຄາຄິດໄລ່ເປັນເປີເຊັນໄດ້ຄື: ລະດັບຄວາມຮັບຮູ້ດີເລີດ ມີ 41 ສະຫາຍ, ຍິງ 9 ສະຫາຍ = 92% ແລະ ລະດັບຄວາມຮັບຮູ້ດີ ມີ 4 ສະຫາຍ, ຍິງ 0 = 8% .

ສະຫາຍ ສົມລິດ ສີພາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍ່ແກ້ວ ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນຈົບການຮຽນຫຼັກສູດກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ນັກສຳມະນາກອນ 45 ສະຫາຍ ພ້ອມທັງໄດ້ກ່າວວ່າ: ກ່ອນອື່ນໝົດຂໍຊົມເຊີຍ ບັນດາຄູ-ອາຈານ ແລະ ນັກສຳມະນາກອນທີ່ປະຕິບັດໃນການຮຽນ-ການສອນຕາມວັນເວລາ ແລະ ສຳເລັດຕາມຕາມແຜນການທີ່ກຳນົດໄວ້ ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສໍາມະນາກອນຈົ່ງເພີ່ມທະວີຄວາມເອົາໃຈຕໍ່ວິຊາທີ່ໄດ້ຮຽນໄປ ແລະ ເມື່ອເຫັນວ່າມັນບໍ່ສອດຄ່ອງກັບຫຼັກການໃນການປະຕິບັດຕາມຕົວຈິງ ກໍສາມາດນຳສະເໜີໃຫ້ພະແນກຍຸຕິທຳແຂວງ ເພື່ອຈະນຳໄປຄົ້ນຄວ້າ ແລະ ພິຈາລະນາປັບປຸງຕໍາລາການຮຽນ-ການສອນ ແລະ ທ່ານຍັງກ່າວອີກວ່າ ຢາກໃຫ້ບັນດາສະຫາຍ ນຳເອົາບົດຮຽນທີ່ໄດ້ຮຽນມາ ແລະ ຖອດຖອນໄດ້ໄປນໍາໃຊ້ເຂົ້າໃນວິຊາສະເພາະທີ່ຕົນເອງຮັບຜິດຊອບ ເພາະຫຼັກສູດການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນນີ້ ແມ່ນການສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕ ສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍ ຍືດໝັ້ນໃນຫຼັກການທີ່ວ່າ ພັກນຳພາກຳອຳນາດຕາມກົດໝາຍ ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ຈຶ່ງຈຳເປັນຕ້ອງຍົກລະດັບບຳລຸງກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະນັກງານຄຸ້ມຄອງຂັ້ນແຂວງ, ເມືອງ ໃຫ້ມີຄວາມເຂັ້ມແຂວງ ມີຄວາມຮູ້, ຄວາມສາມາດ ກຳໄດ້ຫຼັກມູນທິດສະດີ ຫຼັກການຂອງກົດໝາຍ ເພື່ອໄປໝູນໃຊ້ເຂົ້າໃນວຽກງານໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.

ຂ່າວ-ພາບ: ອານົນ ໄພຍະສານ