ພະແນກຍຸຕິທໍາແຂວງບໍ່ແກ້ວ ເປີດຊຸດຝືກອົບຮົມກົດໝາຍ 45 ວັນ ຊຸດທີ I ປະຈໍາປີ 2019

ໃນຕອນເຊົ້າວັນທີ 15 ກຸມພາ 2019 ຢູ່ທີ່ຫໍປະຊຸມບ້ານ ຫ້ວຍເເມງ ກຸ່ມແກ້ງພາກ, ເມືອງປາກທາ, ເເຂວງ ບໍ່ເເກ້ວ ໄດ້ຈັດພິທິເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ໃຫ້ພະນັກງານຮາກຖານບ້ານ, ກຸ່ມບ້ານ ເເລະ ປະຊາຊົນບັນດາເຜົ່າ ຊຸດທີ I ປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກເເຂວງ ຫົວໜ້າພະເເນກຍຸຕິທໍາເເຂວງບໍ່ແກ້ວ ແລະ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ ປະທານສະຫະພັນເເມ່ຍິງເມືອງປາກທາ, ມີບັນດາກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ເເຂກຖືກເຊີນ ເເລະ ຄູ-ຈານຕະຫລອດຮອດນັກຝຶກອົບຮົມເຂົ້າຮ່ວມທັງໝົດ 39 ຄົນ, ຍິງ 6 ຄົນ .

ພິທີເເມ່ນໄດ້ຮັບຟັງເເຜນການເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານ 45 ວັນ ຈາກທ່ານ ຄໍາພຸ ມະນີວັນ ຫົວໜ້າຫ້ອງການຍຸຕິທໍາເມືອງປາກທາ, ຊຶ່ງທ່ານໃຫ້ຮູ້ວ່າ: ການເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ໃຫ້ພະນັກງານຮາກຖານບ້ານ, ກຸ່ມບ້ານ ເເລະ ປະຊາຊົນບັນດາເຜົ່າຊຸດທີ I ປະຈໍາປີ 2019 ໃນຄັ້ງນີ້, ເເມ່ນຈະໄດ້ເລີ່ມຮຽນເເຕ່ ວັນທີ 15 ກຸມພາ ຫາ ວັນທີ 21 ເມສາ 2019 ນີ້, ຊຶ່ງມີນັກຝຶກອົບຮົມຈາກ ກຸ່ມບ້ານເປົ້າໝາຍທີ່ມາຈາກ 5 ບ້ານ ພາຍໃນກຸ່ມບ້ານເເກ້ງພາກຄື: ບ້ານ ຫ້ວຍໜໍ່ຂົ່ມ, ບ້ານ ຫ້ວຍສະງຶກ, ບ້ານ ຫ້ວຍເເມງ, ບ້ານ ເເກ້ງພາກ ເເລະ ບ້ານ ຫົວນໍ້າ. ຊຶ່ງຊຸດຝຶກອົບຮົມກົດໝາຍ 45 ວັນ, ໃນຄັ້ງນີ້ ເເມ່ນຈະໄດ້ນໍາເອົາຫຼັກສູດການຮຽນ-ການສອນກໍຄື ພາກທິດສະດີ ເເລະ ພາກກົດໝາຍ ເຊີ່ງປະກອບມີ 34 ວິຊາ, ລວມມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນຈຶ່ງສໍາເລັດ ແລະ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງກໍໄດ້ມີຄໍາເຫັນໃສ່ແຜນການເປິດຊຸດຝຶກອົບຮົມກົດໝາຍໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານຮາກຖານບ້ານ, ກຸ່ມບ້ານ ເເລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງປາກທາ ກໍຄືກຸ່ມບ້ານ ເເກ້ງພາກ ໄດ້ຮັບຮູ້ ເເລະ ເຂົ້າໃຈຕໍ່ກັບລັດຖະທຳມະນູນ ເເລະ ກົດໝາຍ, ພ້ອມທັງເປັນການຍົກສູງບົດບາດການນໍາພາ ເເລະ ການຈັດຕັ້ງປະຕິບັດວຽກງານໃຫ້ສ່ອດຄ່ອງກັບເເນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ.

ໃນຕອນທ້າຍພິທີ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ ປະທານສະຫະພັນເເມ່ຍິງເມືອງປາກທາ ກໍໄດ້ມີຄວາມເຫັນໂອ້ລົມພ້ອມທັງຮຽກຮ້ອງໃຫ້ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າບັນດາເອກະສານ ພ້ອມທັງເເຕ່ງບົດສອນເພື່ອຖ່າຍທອດຄວາມຮູ້ໃຫ້ກັບນັກຝຶກອົບຮົມ, ບັນຫາໃດບໍ່ເຂົ້າໃຈ ເເລະ ມີຄວາມສົນໃຈເເມ່ນໃຫ້ຖາມດ້ວຍຄວາມຈິງໃຈ, ຍົກຂຶ້ນມາເພື່ອສົນທະນາ ສົມທົບກັບພຶດຕິກໍາຕົວຈິງ, ນອກນີ້ຍັງຕ້ອງໄດ້ສ້າງຄວາມສາມັກຄີລະຫວ່າງ ຄູ-ອາຈານ ກັບ ນັກຝຶກອົບຮົມໃຫ້ມີຄວາມໜັກເເໜ້ນ, ກວ້າງຂວາງ ເເລະ ພ້ອມກັນເອົາໃຈໃສ່ປະຕິບັດຊຸດຝຶກອົບຮົມໃນຄັ້ງນີ້ໃຫ້ບັນລຸຕາມຈຸດປະສົງ ເເລະ ເປົ້າໝາຍທີ່ວາງໄວ້. ພ້ອມທັງກກ່າວເປີດພິທີຢ່າງເປັນທາງການ.

ພາບ-ຂ່າວ: ອານົນ ໄພຍະສານ.