Submitted by wickyboubphalyvanh on
ໃນວັນທີ 21 ພຶດສະພາ 2019 ຜ່ານມານີ້ຢູ່ທີ່ຫ້ອງປະຊຸມປົກຄອງເມືອງ ວຽງຄໍາ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ - ການສອນ ກົດໝາຍໄລຍະສັ້ນ 45 ຊຸດທີ I ຂື້ນຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ວຽງຄໍາ, ທ່ານ ຄຳພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ວຽງຈັນ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄູອາຈານ ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການ, ຕະຫຼອດຮອດນັກຝຶກອົບຮົມກົດໝາຍໄລຍະ 45 ວັນຊຸດທີ 1 ມີຈຳນວນພົນເຂົ້າຮ່ວມທັງໝົດ 102 ທ່ານ, ຍິງ 79 ທ່ານ.
ໃນພິທີທ່ານ ຄຳມະນີ ພົມມະຈັນ ຮອງຫົວໜ້າຫ້ອງການຍຸຕິທຳເມືອງ, ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ກໍຄື ວຽກງານໜຶ່ງ ຊຶ່ງມີພາລະບົດບາດສຳຄັນຢ່າງຍິ່ງຢູ່ຮາກຖານບ້ານໃນການປະຕິບັດມະຕິກົມການເມືອງສູນກາງພັກ, ກ່ຽວກັບການສ້າງບ້ານພັດທະນາເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານລົງສູ່ບ້ານ ແລະ ກຸ່ມບ້ານພັດທະນາຢ່າງທົ່ວເຖິງໄປພ້ອມໆກັນກັບຂະບວນການກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ເປີດກວ້າງໃນການສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ ໃຫ້ມີຄວາມສາມາດນຳພາຄຸ້ມຄອງບໍລິຫານບ້ານດ້ວຍຄວາມເຂັ້ມແຂງບົນພື້ນຖານພາລະບົດບາດສິດ ແລະ ໜ້າທີ່ ຕາມລະບຽບກົດໝາຍໃຫ້ມີຜົນສັກສິດ, ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາໃນສັງຄົມເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ອີກບັນຫາໜຶ່ງກໍ່ເປັນການສ້າງເງື່ອນໄຂໃຫ້ອຳນາດການປົກຄອງບ້ານມີໂອກາດໄດ້ເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະ ບັນດາກົດໝາຍຂອງລັດ ທີ່ວາງອອກເປັນແຕ່ລະໄລຍະ ໃຫ້ມີຄວາມເປັນເອກະພາບໃນແຕ່ລະຂັ້ນ ດ້ວຍຄວາມຮັບຜິດຊອບສູງ ຈັດຕັ້ງປະຕິບັດຊຸດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ເຊິ່ງໄດ້ເລີ່ມເປີດແຕ່ວັນທີ 25 ກຸມພາ 2019 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຝຶກອົບຮົມ ແມ່ນມີ 4 ພາກວິຊາຮຽນ ທັງໝົດມີ 34 ວິຊາ, ມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງຮຽນ ເຊິ່ງ: ວິຊາຮຽນທິດສະດີມີ 03 ວິຊາ, ວິຊາກົດໝາຍມີ 29 ວິຊາ, ວິຊາວຽກງານຍຸຕິທຳຮາກຖານມີ 01 ວິຊາ, ວິຊາເຕັກນິກການແຕ່ງເອກະສານ ມີ 01 ວິຊາ, ມີນັກຝຶກອົບຮົມທັງໝົດ 42 ທ່ານ, ຍິງ 21 ທ່ານ, ມາຈາກພາກສ່ວນບ້ານ 28 ທ່ານ ຍິງ14 ທ່ານ, ຈາກພາກສ່ວນຫ້ອງການອ້ອມຂ້າງພາຍໃນເມືອງ 14 ທ່ານ ຍິງ 7 ທ່ານ ແລະ ມີຄູອາຈານທັງໝົດ 35 ທ່ານ, ຍິງ 10 ທ່ານ, ນັກສຶກສາຝຶກງານຈຳນວນ 2 ທ່ານ, ຍິງ 1 ທ່ານ, ໃນນັ້ນຄູສອນມາຈາກຫ້ອງການອ້ອມຂ້າງພາຍໃນເມືອງ ວຽງຄຳ, ໄອຍະການເຂດ 1 , ສານປະຊາຊົນເຂດ 1.
ໃນພິທີ ທ່ານ ພອນແກ້ວ ຂຸນພົນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ວຽງຄໍາ. ກໍ່ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ມອບໃບຍ້ອງຍໍໃຫ້ຜູ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ .
ໃນຕອນທ້າຍ ທ່ານ ພອນແກ້ວ ຂຸນພົນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ວຽງຄໍາ ກໍ່ໄດ້ໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ- ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ປະກອບສ່ວນເຂົ້າຮ່ວມໃນການຝຶກອົບຮົມຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຮຽນມານີ້ນໍາໄປຈັດຕັ້ງປະຕິບັດໃນການແກ້ໄຂບັນທີ່ເກິດຂື້ນຢູ່ໃນຂັ້ນບ້ານໃຫ້ມີປະສິດທິຜົນ.