ພິທີມອບຮັບໜ້າທີ່ເລຂາຄະນະບໍລິຫານງານພັກເມືອງ ໄຊເສດຖາ ແຂວງ ອັດຕະປືຄົນໃໝ່

ພິທີເຊັນບົດບັນທຶກມອບຮັບໜ້າທີ່ ເລຂາພັກເມືອງ-ເຈົ້າເມືອງໄຊເສດຖາ ແຂວງ ອັດຕະປື ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019 ຢູ່ທີ່ຫ້ອງປະຊຸມປົກຄອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍແຂກທີ່ຖືກເຊີນມາຈາກບັນດາອົງການຈັດຕັ້ງພັກ-ລັດຂັ້ນແຂວງ ແລະ ເມືອງ, ຫົວໜ້າຫ້ອງການອອ້ມຂ້າງເມືອງ, ເລຂາພັກບ້ານ-ນາຍບ້ານຈຳນວນ 22 ບ້ານອອ້ມຂ້າງເມືອງ ຕະຫຼອດຮອດພະນັກງານບຳນານປະຕິວັດເຂົ້າຮ່ວມຢ່າງພ້ອມພຽງ.

         

ໃຫ້ກຽດຂື້ນຜ່ານບັນດາເອກະສານທີ່ສຳຄັນໃນພິທີຄັ້ງນີ້ໂດຍ ທ່ານ ຂັນທອງ ຍິ້ນດາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງປະກອບມີ ສາມເອກະສານຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ອັດຕະປື ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ສະບັບເລກທີ 891/ຈຂ-ອປ ລົງວັນທີ 7 ມິຖຸນາ 2019 ແລະ ສະບັບເລກທີ 892/ຈຂ-ອປ ລົງວັນທີ 7 ມິຖຸນາ 2019 ພ້ອມທັງມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 199/ຄປພຂ ລົງວັນທີ 10 ມິຖຸນາ 2019 ວ່າດ້ວຍການແຕ່ງຕັ້ງບົ່ງຕົວເລຂາຄະນະບໍລິຫານງານພັກເມືອງ ໄຊເສດຖາ. ໂດຍໃນນັ້ນແມ່ນໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ໄປຮັບໜ້າທີ່ເປັນ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ໄຊເສດຖາ ແລະ ຍົກຍ້າຍ ພ້ອມທັງແຕ່ງຕັ້ງ ທ່ານ ບຸນເສີດ ເສດທິລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ໄຊເສດຖາ(ຜູ້ເກົ່າ) ໄປຮັບໜ້າທີ່ໃຫມ່ເປັນຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.

ໃນໂອກາດອັນສະຫງ່າລາສີນີ້ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ມີຄຳເຫັນຕໍ່ພິທີມອບ-ຮັບ ພ້ອມທັງຊີ້ນຳໃຫ້ບັນດາຄະນະພັກ, ຄະນະນຳຂອງເມືອງ ໄຊເສດຖາຈົ່ງພ້ອມກັນເພີ່ມທະວີເອົາໃຈໃສ່ຮັດແໜ້ນຄວາມສາມັກຄີພາຍໃນພັກ, ເປັນເຈົ້າການເຊີດຊູໜ້າທີ່ວຽກງານທີ່ພັກ-ລັດໄດ້ມອບໝາຍໃຫ້ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກພາຍໃນເມືອງໃຫ້ປະກົດຜົນເປັນຈິງ, ປະສານພົວພັນກັບບັນດາຫ້ອງການອອ້ມຂ້າງເມືອງ, ບັນດາບ້ານພາຍໃນເມືອງໃຫ້ມີລັກສະນະກົມກຽວ ສອດຄ່ອງ ແລະ ເນື່ອງນິດລຽນຕິດ. ອີກຢ່າງໜື່ງ, ແມ່ນຮ່ວມແຮງຮ່ວມໃຈຕີຕ້ານບັນດາປະກົດການອັນຫຍໍ້ທໍ້ຂອງສັງຄົມ, ຈຳແນກ ແລະ ສະກັດກັນບັນດາອິດທິກຳລັງປໍລະປັກທີ່ເວລາໃດກໍຫວັງໂຄ່ນລົ້ມລະບອບປະຊາທິປະໄຕ ປະຊາຊົນຂອງພວກເຮົາ. ນອກຈາກນັ້ນ, ທ່ານ ປະທານກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ບັນດາຄະນະພັກ, ຄະນະນຳ, ຫົວໜ້າຫ້ອງການ ຕະຫຼອດຮອດເລຂາພັກບ້ານ-ນາຍບ້ານ ພະນັກງານບຳນານປະຕິວັດຂອງເມືອງ ຈົ່ງເອົາໃຈໃສ່ອຸ້ມຊູຊ່ວຍເຫຼືອ, ຊີ້ທິດເຍືອງທາງ, ແລກປ່ຽນຖອດຖອນບົດຮຽນ ແລະ ພ້ອມພາກັນສືບຕໍ່ບັນດາແຜນງານທີ່ໄດ້ຈັດຕັ້ງປະຕິບັດໄລຍະຜ່ານມານັ້ນໃຫ້ເກີດດອກອອກຜົນ, ເປັນກຳລັງແຮງທີ່ສຳຄັນໃຫ້ເລຂາຄະນະບໍລິຫານງານພັກເມືອງ ຜູ້ໃຫມ່ໃນການປະກອບສ່ວນພັດທະນາສ້າງສາເມືອງ ໄຊເສດຖາ ໃຫ້ມີທ່າອ່ຽງກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໃຫ້ສົມກັບຄຳຂັວນທີ່ໄດ້ກ່າວວ່າ ແຜ່ນດິນຄຳ ຕຳນານພະເຈົ້າໄຊເສດຖາ ຊົມໜອງຟ້າເທິງພູ ບູຊາພະອົງແສນ ດິນແດນປ່າໄມ້ຂຽວ ທ່ຽວຊົມເມືອງອົງການ.

ຂ່າວ ແລະ ພາບ: ໂພທະສິນ ສະເຫຼີມສັກ.