ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ລົງມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງ ບໍ່ແກ້ວ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2019 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ເປີດກອງປະຊູມຝຶກອົບຮົມ ການຂຽນກໍານົດຕໍາແໜ່ງງານຂຶ້ນ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ, ມີບັນດາ ຮອງຫົວໜ້າພະແນກ, ຫົວໜ້າ ຫຼື ຮອງຫົວໜ້າຂະແໜງ, ຕາງໜ້າຈາກຫ້ອງການຍຸຕິທໍາເມືອງ 04 ເມືອງ ແລະ ຄູຝຶກທີ່ມາຈາກກະຊວງ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 13 ທ່ານ.

ໃນພິທີ ທ່ານ ຄໍາຫຼ້າ ອຸດທະຍອດ ຫົວໜ້າພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ການຂຽນກໍານົດຕໍາແໜ່ງງານທີ່ຜ່ານມາ ພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ເຄີຍຈັດຝຶກອົບຮົມ 2 ຄັ້ງ ຊຶ່ງໄດ້ເຊີນພະແນກພາຍໃນແຂວງ ມາຂຶ້ນຫ້ອງບັນລະຍາຍ ແລະ ອະທິບາຍເຖິງຂັ້ນຕອນ, ວິທິການ, ວິເຄາະ, ວິໄຈ ແລະ ແຍກວຽກແຕ່ລະກຸ່ມວຽກ ແຕ່ກໍຍັງບໍ່ທັນເລິກເຊິ່ງ ແລະ ຖືກຕ້ອງຕາມທີ່ກະຊວງຍຸຕິທໍາໄດ້ກໍານົດໄວ້.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການອະທິບາຍຂັ້ນຕອນ, ວິທີການ ແລະ ການວິເຄາະຕໍາແໜ່ງງານໂດຍ ທ່ານ ນາງ ເກມອຸລາ ໄຊຍະວົງ ຫົວໜ້າພະແນກກົງຈັກພະນັກງານ, ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ໄດ້ໃຫ້ກຽດຂຶ້ນບັນລະຍາຍ ພ້ອມທັງຍົກຕົວຢ່າງຂຶ້ນມາແລກປ່ຽນບົດຮຽນກັບຜູ້ເຂົ້າຮ່ວມຝຶກອົບຮົມໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ.
ໃນຕອນທ້າຍພິທີ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ຊຸດຝຶກອົບຮົມ ຊຶ່ງທ່ານໄດ້ເນັ້ນໃຫ້ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂຽນຕໍາແໜ່ງງານ ໃຫ້ສໍາເລັດໃນເດືອນກັນຍານີ້ ເພື່ອສະເໜີໃຫ້ພະແນກພາຍໃນກວດກາຄວາມສອດຄ່ອງ ແລະ ຈຶ່ງນຳສະເໜີໃຫ້ກະຊວງຍຸຕິທໍາ ກວດກາ ແລະ ຮັບຮອງ ເປັນຂັ້ນຕອນສຸດທ້າຍ ກອງປະຊຸມຝຶກອົບຮົມການຂຽນກໍານົດຕໍາແໜ່ງງານ ໄດ້ດໍາເນີນເປັນເວລາ ສອງວັນ ຈຶ່ງສໍາເລັດ.

ພາບ-ຂ່າວ: ພຸດທະຈັກ ວິໄລພອນ