Submitted by xaiyphimphone on
ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2017 ຢູ່ທີ່ຫ້ອງປະຊຸມ ກະຊວງຍຸຕິທໍາ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ, ເຂົ້າຮ່ວມມີຮອງເລຂາຄະນະບໍລິຫານງານພັກກະຊວງ, ບັນດາເລຂາ-ຮອງເລຂາໜວ່ຍພັກ ແລະ ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທຳ ເຂົ້າຮວ່ມທັງໝົດ 40 ສະ ຫາຍຍິງ 6 ສະຫາຍ.
ໃນກອງປະຊຸມ ສະຫາຍ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການນຳພາຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ແຕ່ເດືອນ ມັງກອນ ຫາ ມີນາ ແລະ ທິດທາງແຜນ ການຕໍ່ໜ້າແຕ່ເດືອນ ເມສາ ຫາ ມິຖຸນາ 2017 ໃນບົດສະຫຼຸບໄດ້ຍົກໃຫ້ເຫັນວ່າຕະຫຼອດລະຍະ 3 ເດືອນຜ່ານມາ ຄະນະພັກ-ຄະນະນຳ ກະຊວງໄດ້ເອົາໃຈໃສ່ວຽກງານສືກສາອົບຮົມການເມືອງ, ນຳພາແນວຄິດພະນັກງານ, ສະມາຊິກພັກຢ່າງເປັນປົກກະຕິ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມອຸ່ນອຽ່ນ, ທຸ່ນທຽ່ງເຊື່ອໝັ້ນຕໍ່ການຊີ້ນຳໆພາຂອງອົງຄະນະພັກກະຊວງຍຸຕິທຳ, ເຮັດໃຫ້ສະພາບໂດຍລວມມີຄວາມສະຫງົບ ແລະ ມີຄວາມເອກະພາບສູງ, ມີຄວາມເບີກບານມ່ວນຊື່ນ ແລະ ຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຊຶ່ງສາມາດຍາດໄດ້ຜົນງານພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ ເປັນເຈົ້າການໃນການເຕົ້າໂຮມສາມັກຄີພາຍໃນ, ເອົາໃຈໃສ່ຊີ້ນຳການຈັດຕັ້ງປະຕິບັດດຳລັດ 411/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງຍຸຕິທຳ, ນຳພາຄົ້ນຄວ້າປັບປຸງພາລະບົດບາດຂອງຫ້ອງການ, ບັນດາກົມ, ສູນ ແລະ ສະຖາບັນ, ຫຼັງຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮວ່ມກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງມີບັນຍາກາດຟົດຟື້ນ ແລະ ມີຄວາມເປັນເອກະພາບກັນ ແນ່ໃສ່ເຮັດໃຫ້ຮ່າງບົດສະຫຼຸບດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນຂຶ້ນ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ແລະ ເອກະສານສຳຄັນຂອງພັກຈຳນວນໜຶ່ງ.
ໃນຕອນທ້າຍ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ກໍໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ ຈົ່ງຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ ແລະ ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນສຸມສະຕິປັນຍາ ແລະ ຫົວຄິດປະດິດສ້າງເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດຕາມທິດທາງແຜນການທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳວາງອອກ.
ຂຽນຂ່າວ: ອ່ອນຄຳ ຖ່າຍພາບ: ສຸກສາຄອນ
ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ