ກອງປະຊຸມແນະນໍາວຽກງານຍຸຕິທຳຮາກຖານໃຫ້ແກ່ນັກສຶກສາກົດໝາຍປີ 3 ຢູ່ສະຖາບັນຍຸຕິທຳພາກໃຕ້
Submitted by wickyboubphalyvanh on
ເພື່ອປະຕິບັດຕາມຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການຍຸຕິທຳຮາກຖານ ປະຈຳປີ 2019 ຢູ່ທີ່ສະຖາບັນຍຸຕິທຳພາກໃຕ້ ແຂວງ ຈຳປາສັກ ໄດ້ເປີດກອງປະຊຸມແນະນໍາວຽກງານຍຸຕິທຳຮາກຖານໃຫ້ແກ່ນັກສຶກສາກົດໝາຍ ປີ 3 ໃນລະຫວ່າງວັນທີ 7-8 ມັງກອນ 2019 ໂດຍການເປັນປະທານຂອງ ທ່ານ ປອ ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ມີ ທ່ານ ໄຊຍາ ຈັນທະນາໄລ ຫົວໜ້າສະຖາບັນຍຸຕິທຳພາກໃຕ້, ທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍຄະນະ ແລະ ນັກສຶກສາກົດໝາຍປີສຸດທ້າຍ ເຂົ້າຮ່ວມ ຈຳນວນ 121 ຄົນ, ຍິງ 43 ຄົນ.