ກອງປະຊຸມທາບທາມຄຳເຫັນ ກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
Submitted by xaiyphimphone on
ເພື່ອເຮັດໃຫ້ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ຮັບການປັບປຸງໃຫ້ ແທດເໝາະກັບສະພາບຕົວຈິງຂອງສັງຄົມ ໃນແຕ່ລະລະຍະ ໃນວັນທີ່ 28 ມິຖຸນາ 2017 ທີ່ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມຄຳເຫັນກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານຂື້ນ, ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າ, ຮອງຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ຫົວໜ້າຫ້ອງການປະຕິບັດຄຳຕັດສີນຂອງສານນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ຕະຫຼອດຮອດພະນັກງານປະຕິບ