ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IIIໃນລະຍະ 3 ປີຜ່ານມາ ແລະ ວາງທິດທາງແຜນການ 2 ປີ ຕໍ່ໜ້າຂອງພະແນກຍຸຕິທຳແຂວງບໍລິຄຳໄຊ
Submitted by wickyboubphalyvanh on
ພະແນກຍຸຕິທຳແຂວງບໍລິຄຳໄຊໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IIIໃນລະຍະ 3 ປີຜ່ານມາແລະວາງທິດທາງແຜນການ 2 ປີຕໍ່ໜ້າຂຶ້ນ, ໃນຕອນເຊົ້າຂອງວັນທີ 5 ມັງກອນ 2018 ຜ່ານມາ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ບໍລິຄຳໄຊ. ໂດຍການເປັນປະທານຂອງ ທ່ານ ສະພັງທອງ ພົມມະຈັກ ຮັກສາການເລຂາໜ່ວຍພັກພະແນກຍຸຕິທຳແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ແລະ ທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ, ມີຫົວໜ້າ, ຮອງຫົວໜ້າ ຫ້ອງການພ້ອມດ້ວຍພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.