ຫ້ອງການຍຸຕິທຳເມືອງ ສີສັດຕະນາກ ຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ ປະຈຳປີ 2018
Submitted by atsany on
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ທີ່ຜ່ານມາ ຢູ່ໂຮງຮຽນປະຖົມສົມບູນເກົ້າຍອດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄຳ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ, ມີຕາງໜ້າມາຈາກອົງການປົກຄອງບ້ານ, ຄະນະຮັບຜິດຊອບ, ຄູ-ອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.