ກອງປະຊຸມປະກອບຄຳເຫັນໃສ່ບົດສະຫຼຸບການນຳພາຂອງຄະນະພັກກະຊວງຍຸຕິທຳ ໃນໄລຍະສີ່ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ

     ກອງປະຊຸມເປີດກວ້າງຄະນະພັກ, ຄະນະນຳກະຊວງ ເພື່ອສະຫຼຸບການນຳພາຂອງຄະນະພັກກະຊວງຍຸຕິທຳ ໃນໄລຍະ 4 ເດືອນຜ່ານມາ (ແຕ່ 5-8/2016) ແລະ ທິດທາງໃນຕໍ່ໜ້າ ແຕ່ເດືອນ 9-12/2016 ໄດ້ໄຂຂຶ້ນໃນຕອນເຊົ້າຂອງ ວັນທີ 2 ກັນຍາ 2016 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ເພື່ອປະກອບຄຳເຫັນໃສ່ບົດສະຫຼຸບການດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກກະຊວງ, ສະຫາຍເລຂາ ໜ່ວຍພັກຫ້ອງການ, ບັນດາເລຂາໜ່ວຍພັກກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

     ພາຍຫຼັງທີ່ກອງປະຊຸມເປີດກວ້າງໄດ້ໄຂຂຶ້ນຢ່າງເປັນທາງການ, ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ໃນລະຍະ 4 ເດືອນຜ່ານມາ ແລະ ທິດທາງແຜນການໃນ 4 ເດືອນຕໍ່ໜ້າ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກະຊວງຍຸຕິທຳ. ຫຼັງຈາກນັ້ນ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສຳຫຼວດການເຄື່ອນໄຫວວຽກງານຊີ້ນຳ-ນຳພາ ຂອງສະຫາຍໃນ ໄລຍະ 4 ເດືອນຜ່ານມາ. ຈາກນັ້ນ, ສະຫາຍຄະນະພັກກະຊວງ, ສະຫາຍເລຂາໜ່ວຍພັກຫ້ອງການ, ບັນດາເລຂາໜ່ວຍພັກກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຕາງໜ້າສາມອົງ ການຈັດຕັ້ງມະຫາຊົນກະຊວງ ໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະຫຼຸບການນຳພາ ແລະ ບົດສຳຫຼວດດັ່ງກ່າວ.

     ໃນໄລຍະ 4 ເດືອນຜ່ານມາ ກະຊວງຍຸຕິທຳ ໄດ້ເຄື່ອນໄຫວວຽກງານຮອບດ້ານ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກະຊວງຍຸຕິທຳ ຊຶ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ຄື:

- ຄະນະພັກກະຊວງ ໄດ້ສຸມໃສ່ການຊີ້ນຳ-ນຳພາວຽກງານປັບປຸງດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 404/ນຍ, ລົງວັນທີ 23 ພະຈິກ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງຍຸຕິທຳ ແລະ ຂໍ້ຕົກລົງ ຂອງລັດຖະມົນຕິ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ, ກົມ, ສະຖາບັນ ແລະ ສູນ ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນປັດຈຸບັນ; ໄດ້ສຳເລັດການຄົ້ນຄວ້າປັບປຸງກົດໝາຍ 5 ສະບັບ ແລະ ຮ່າງດຳລັດ 7 ສະບັບ; ໂຄສະນາ ເຜີຍແຜ່ກົດໝາຍທາງວິທະຍຸ 51 ຄັ້ງ, ໂທລະພາບ 16 ຄັ້ງ, ຂຽນບົດກົດໝາຍສົ່ງໜັງສືພິມ ແລະ ວາລະສານໄດ້ 79 ບົດ. ພີເສດແມ່ນໄດ້ສ້າງລາຍການໂທລະພາບເພື່ອສັງຄົມຍຸຕິທຳ ຊຶ່ງເລີ່ມ ແຕ່ວັນທີ 14/8/2016 ເປັນຕົ້ນມາ; ເອົາໃຈໃສ່ ຄົ້ນຄວ້າຄຳຮ້ອງ, ຄຳສະເໜີຕ່າງໆພ້ອມທັງອອກຄຳສັ່ງ, ຄຳແນະນຳ ແລະ ແຈ້ງການກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃຫ້ຖືກຕ້ອງຕາມຂັ້ນຕອນຂອງກົດ ໝາຍ; ເອົາໃຈໃສ່ຄົ້ນຄວ້າ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງ ຂອງສັນຍາ ແລະ ເອກະສານອື່ນໄດ້ 3.142 ສະບັບ; ຄົ້ນຄວ້າແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 11 ຂໍ້ຂັດແຍ່ງ, ສຳເລັດ 3 ຂໍ້ຂັດແຍ່ງ, ກຳລັງດຳເນີີນ 9 ຂໍ້ຂັດແຍ່ງ; ສ້າງແຜນການ ແລະ ປະສານງານໃຫ້ການນຳກະຊວງໄປຢ້ຽມຢາມ ສສ ຫວຽດ ນາມ, ເຈລະຈາໂຄງການຮ່ວມມື ແລະ ການຊ່ວຍເຫຼືອຂອງ ສສ ຫວຽດນາມ ຕໍ່ສະຖາບັນຍຸຕິທຳແຫ່ງຊາດ.

- ຄະນະພັກກະຊວງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ຂອງແຕ່ລະອົງການ, ຊຸກຍູ້ຂະບວນການຕ່າງໆໃນໂອກາດວັນສຳຄັນຂອງຊາດ, ຂອງພັັກ, ຂອງອົງການຈັດຕັ້ງມະຫາຊົນ. ປັບປຸງການຈັດຕັ້ງຂອງແຕ່ລະອົງການ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວໄດ້ດີກວ່າເກົ່າ;

- ນຳພາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບພາຍໃນ ໂດຍໄດ້ເຜີຍແຜ່ເອກະສານນຳພາແນວຄິດເພື່ອໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈ, ມີສະຕິເປັນເຈົ້າການໃນການປ້ອງກັນຕົນເອງ, ປ້ອງກັນພັກ. ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍການຫັນປ່ຽນໂດຍສັນຕິຂອງສັດຕູ;

- ຄະນະພັກກະຊວງ ໄດ້ເອົາໃຈໃສ່ການປັບປຸງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ສາມາດເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢ່າງມີປະສິດທິພາບ, ຍົກສູງຄວາມຮັບຜິດຊອບໃນການ ຈັດຕັ້ງຜັນຂະ ຫຍາຍມະຕິ, ຄຳສັ່ງ, ຂໍ້ກຳນົດ, ບົດແນະນຳ ແລະ ເອກະສານຕ່າງໆກ່ຽວກັບພັກ ແລະ ພະນັກງານ, ປັບ ປຸງລະບອບການຮ່ວມຊີວິດພັກປະຈຳເດືອນຂອງແຕ່ລະໜ່ວຍພັກໃຫ້ປົກກະຕິ ແລະ ທັນເວລາ, ເອົາໃຈໃສ່ວຽກງານຂະຫຍາຍພັກຢ່າງຕັ້ງ ໂດຍຖືເອົາຄຸນນະພາບເປົນກົກ, ສ້າງມະຫາຊົນຜູ້ມີເງື່ອນໄຂເປັນເປົ້າໝາຍເຂົ້າພັກ ໂດຍຜ່ານຂະບວນການຕ່າງໆ ຕາມຂັ້ນຕອນ ແລະ ລະບຽບທີ່ກຳນົດໄວ້ໃນກົດລະບຽບພັກ.

     ສຳລັບທິດທາງແຜນການແຕ່ເດືອນ ກັນຍາ ຫາເດືອນ ທັນວາ 2016 ນັ້ນ ຄະນະພັກກະຊວງຍຸຕິທຳ ຈະສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີທັດສະນະຫຼັກໝັ້ນຊົນຊັ້ນການ ເມືອງໜັກແໜ້ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນນຳພາຂອງພັກ, ປະຕິບັດລະບຽບຂອງພັກ ແລະ ກົດໝາຍຂອງຂອງລັດຢ່າງເຂົ້ມງວດ. ພ້ອມກັນນັ້ນ, ຈະໄດ້ກະກຽມເປີດຊຸດຝຶກອົບ ຮົມທິດສະດີການເມືອງໄລຍະສັ້ນ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງໃຫ້ໄດ້ 1 ຊຸດ; ສືບຕໍ່ຊີ້ນຳ-ນາພາວະຊາສະເພາະຂອງແຕ່ລະພາກສ່ວນ ເຊັ່ນ ສືບຕໍ່ພາລະບົດບາດຂອງກະຊວງ, ຫ້ອງການ, ກົມ, ສະຖາບັນ ແລະ ສູນ ໃຫ້ສຳເລັດ; ຄົ້ນຄວ້າ ແລະ ປັບປຸງກົດໝາຍ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ; ວຽກງານການຄຸ້ມຄອງປະຕິບັດຄຳຕັດສີນຂອງສານ ແລະ ວຽກງານອື່ນທີ່ປິ່ນອ້ອມ ໃຫ້ບັນລຸຕາມຄາດໝາຍ

     ຫຼັງຈາກນັ້ນ, ສະຫາຍຄະນະພັກກະຊວງ ແລະ ບັນດາເລຂາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ສູນ ກໍໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສຳຫຼວດຂອງສະຫາຍ ເລຂາຄະນະພັກກະຊວງ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປ ກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ດີ ຊຶ່ງພາຍຫຼັງທີ່ໄດ້ປັບປຸງເນື້ອໃນບົດສະຫຼຸບ ແລະ ບົດສະຫຼວດແລ້ວ ສະຫາຍເລຂາຄະນະພັກກະຊວງ ຈະໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຊຶ່ງຄາດວ່າຈະ ຈັດຂຶ້ນໃນລະຫວ່າງວັນທີ 12-21/9/2016 ນີ້.

ກອງເປີດກວ້າງ ໄດ້ປິດລົງໃນ 12:20 ໂມງ ຂອງວັນດຽວກັນ

 

ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ

 

 

 

ປະເພດຂ່າວ: