ກອງປະຊຸມວິຊາການຮ່າງປະມວນກົດໝາຍແພ່ງ ຄັ້ງທີ 3

    ໃນຕອນເຊົ້າຂອງວັນທີ 15 ສິງຫາ 2016 ຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ກູ່ມຄະນະສ້າງປະມວນກົດໝາຍແພ່ງ ຊຶ່ງປະກອບດ້ວຍຜູ້ເຂົ້າຮ່ວມຈາກກະຊວງຍຸຕິທຳ, ອົງການໄອຍະການ ປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ມະຫາວິທະຍາໄລແຫ່ງຊາດ (ຄະນະນິຕິສາດ-ລັດຖະສາດ) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການປະມວນກົດໝາຍແພ່ງ ຄັ້ງທີ 3 ຂຶ້ນ ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ທັງເປັນຫົວໜ້າຄະນະຮັບຜິດຊອບຮ່າງປະມວນກົດໝາຍແພ່ງ, ມີບັນດາທ່ານສາດສະດາຈານກົດໝາຍ ຈາກປະເທດຢີ່ປຸ່ນ ແລະ ສະມາຊິກຮ່າງປະມວນກົດໝາຍແພ່ງຈາກສີ່ພາກສ່ວນຕ່າງໆເຂົ້າຮ່ວມ ຈຳນວນ  60 ທ່ານ.

     ກອງປະຊຸມໄດ້ຄົ້ນຄວ້າປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອແນ່ໃສ່ສາມບັນຫາຕົ້ນຕໍ ຄື: 1. ສະພາບການພັດທະນາກົດໝາຍທີ່ກ່ຽວຂ້ອງກັບສາຍພົວພັນທາງແພ່ງໃນໄລ ຍະຜ່ານມາ; 2. ຄວາມຈຳເປັນໃນການສ້າງຮ່າງປະມວນກົດໝາຍແພ່ງ; 3. ການສ້າງຮ່າງປະມວນກົດໝາຍແພ່ງ ແລະ ທິດທາງຕໍ່ໜ້າໃນການພັດທະນາລະບົບກົດໝາຍແພ່ງ ຂອງ ສປປ ລາວ ໃນປັດຈຸ ບັນໃຫ້ມີຄວາມສອດຄ່ອງ, ກົມກຽວ, ເປັນລະບົບຄົບຊຸດ, ເປັນເອກະພາບ ແລະ ມີຄວາມຈະແຈ້ງເພີ່ມຂຶ້ນ ທັງເປັນການແກ້ໄຂຊ່ອງຫວ່າງ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ປະມວນກົດໝາຍດັ່ງກ່າວໃຫ້ມີຄວາມຄວາມໂປ່ງໃສ ແລະ ມີຄວາມຍຸຕິທຳຢູ່ໃນສັງຄົມ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ.

ຂ່າວໂດຍ: ສີທົນ ສີສະຫວາດ, ພາບ: ຈັນທະວີສຸກ   

ປະເພດຂ່າວ: