ກອງປະຊຸມວິຊາການຮ່າງປະມວນກົດໝາຍແພ່ງຄັ້ງທີ 3

ກອງປະຊຸມວິຊາການຮ່າງປະມວນກົດໝາຍແພ່ງ ຄັ້ງທີ 3

    ໃນຕອນເຊົ້າຂອງວັນທີ 15 ສິງຫາ 2016 ຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ກູ່ມຄະນະສ້າງປະມວນກົດໝາຍແພ່ງ ຊຶ່ງປະກອບດ້ວຍຜູ້ເຂົ້າຮ່ວມຈາກກະຊວງຍຸຕິທຳ, ອົງການໄອຍະການ ປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ມະຫາວິທະຍາໄລແຫ່ງຊາດ (ຄະນະນິຕິສາດ-ລັດຖະສາດ) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການປະມວນກົດໝາຍແພ່ງ ຄັ້ງທີ 3 ຂຶ້ນ ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ທັງເປັນຫົວໜ້າຄະນະຮັບຜິດຊອບຮ່າງປະມວນກົດໝາຍແພ່ງ, ມີບັນດາທ່ານສາດສະດາຈານກົດໝາຍ ຈາກປະເທດຢີ່ປຸ່ນ ແລະ ສະມາຊິກຮ່າງປະມວນກົດໝາຍແພ່ງຈາກສີ່ພາກສ່ວນຕ່າງໆເຂົ້າຮ່ວມ ຈຳນວນ  60 ທ່ານ.

Subscribe to RSS - ກອງປະຊຸມວິຊາການຮ່າງປະມວນກົດໝາຍແພ່ງຄັ້ງທີ 3