ກະຊວງຍຸຕິທຳ ຈັດກອງປະຊຸມປຶກສາຫາລືວຽກງານສຳຄຳຕ່າງໆ

     ໂດຍອີງຕາມຂໍ້ກຳນົດ ສະບັບເລກທີ 02/ກມສພ, ລົງວັນທີ 20 ເມສາ 2004 ວ່າດ້ວຍລະບອບການກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ. ໃນຕອນເຊົ້າຂອງວັນທີ 21 ທັນວາ 2017 ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສຳຄັນຕ່າງໆຂອງກະຊວງຂຶ້ນ ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ. ພາຍໃຕ້ການ ເປັນປະທານ ຂອງສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມກອງປະຊຸມມີ ສະຫາຍຮອງເລຂາຄະນະພັກ, ບັນດາສະ ຫາຍເລຂາ, ຮອງເລຂາໜ່ວຍພັກຂອງ ຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສະພາທະນາຍຄວາມ ທີ່ຂຶ້ນກັບອົງ ຄະນະພັກກະຊວງຍຸຕິທຳເຂົ້າຮ່ວມ.

 ໃນກອງປະຊຸມໄດ້ມີການປຶກສາຫາລື 2 ວຽກງານທີ່ສໍາຄັນຄື: ປຶກສາຫາລືຜົນຂອງການຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ຄັດເລືອກຜົນງານປະຈຳປີ 2017 ຂອງພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳ ເພື່ອເຮັດໃຫ້ການຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກເຂັ້ມແຂງ-ຮູ້ ນຳພາຮອບດ້ານ ປະຈຳປີ 2017 ຂອງກະຊວງຍຸຕິທຳ ຮັບປະກັນໄດ້ຄຸນນະພາບ ແລະ ມີຄວາມເປັນເອກະພາບ ພ້ອມທັງເປັນການປະຕິບັດນະໂຍບາຍການຍ້ອງຍໍສັນລະເສີນ ຜົນງານຂອງພະນັກງານ-ລັດຖະ ກອນກະຊວງຍຸຕິທຳອີກດ້ວຍ.

ຂ່າວ: ສີປະໄພ

ພາບ: ສຸກສາຄອນ

ປະເພດຂ່າວ: