ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງອົງການຝຣັ່ງເພື່ອການພັດທະນາ (AFD)

ຕອນເຊົ້າຂອງວັນທີ 07 ມິຖຸນາ 2018 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

        ໃນໂອກາດນີ້, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັັບ ແລະ ຕີລາຄາສູງຕໍ່ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ.

        ຫຼັງຈາກນັ້ນ, ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ກໍໄດ້ກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳເພື່ອສຶກສາຄວາມເປັນໄປໄດ້ຂອງອົງການ AFD ຕໍ່ກັບການຊ່ວຍເຫຼືອວຽກງານຍຸຕິທໍາໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ການຊ່ວຍເຫຼືອ ແລະ ເຮັດວຽກຮ່ວມນຳກົມກົດໝາຍ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ສະຖາບັນຍຸຕິທຳແຫ່ງຊາດ ໂດຍອີງຕາມບົດບັນທຶກການຊ່ວຍເຫຼືອກ່ຽວກັບການກຳນົດແຫຼ່ງທຶນຊ່ວຍເຫຼືອຂະແໜງຍຸຕິທຳ ຂອງໂຄງການຝຣັ່ງ ເພື່ອການພັດທະນາໃນ ສປປ ລາວ. ພ້ອມກັນນັ້ນ ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່     ທ່ານ ບຸນສະຫວາດ ບຸບຜາ  ຮອງລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ດ້ວຍ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;    ພາບ: ສຸກສາຄອນ ຈັນທະວຸດ