ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ

ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງອົງການຝຣັ່ງເພື່ອການພັດທະນາ (AFD)

ຕອນເຊົ້າຂອງວັນທີ 07 ມິຖຸນາ 2018 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

        ໃນໂອກາດນີ້, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັັບ ແລະ ຕີລາຄາສູງຕໍ່ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ.

Subscribe to RSS - ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ