ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 12 ກໍລະກົດ 2018 ທີ່ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳລັດ​ວ່າ​ດ້ວຍ ຈັນ​ຍາ​ບັນ ຂອງ​ພະນັກງານ-ລັດຖະກອນ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີກະຊວງ​ຍຸຕິທຳ, ​ເຂົ້າ​ຮ່ວມ​ມີ​ທ່ານ ນາງ ຄຳ​ພູນ ​ແກ້ວ​ສະຫັວນ ຫົວໜ້າກົມ​ປະ​ເມີນ​ຜົນ ​ແລະ ພັດທະນາ​ລັດຖະກອນ ກະຊວງ ​ພາຍ​ໃນ ມີ​ບັນດາ​ຫົວໜ້າກົມ - ຮອງ​ຫົວໜ້າກົມ, ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກສ່ວນເຂົ້າ​ຮວ່ມ.

​ໃນ​ທີ່​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື ​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ດຳລັດ ວ່າ​ດ້ວຍ ຈັນ​ຍາ​ບັນ​ຂອງ​ພະນັກງານ-ລັດຖະກອນ ​​​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ດີ ຊຶ່ງຮ່າງ​ດຳລັດ ວ່າ​ດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ ປະກອບ​ມີ 4 ໝວດ 15 ມາດຕາ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ ກຳນົດຫຼັກການ, ລະບຽບການ ​ແລະ ມາດ​ຕະການ ການ​ປະຕິບັດ​ຈັນ​ຍາ​ບັນ ຂອງ​ພະນັກງານ​-ລັດຖະກອນ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້ການ​ຈັດ​ຕັ້ງ​  ພັກ-ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ​ແນ່​ໃສ່​ຝຶກ​ຝົນຫຼໍ່ຫຼອມພະນັກງານ-ລັດຖະກອນ​ໃຫ້​ມີ​ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ວຽກງານ​ຂອງ​ຕົນ,​ ມີ​ຄວາມ​ຕື່ນ​ຕົວ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ, ລະບຽບການຕ່າງໆທີ່​ພັກ-ລັດ​ໄດ້​ວາງ​ອອກ​ໃຫ້ມີປະສິດທິພາບສູງ.

                                                                     ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ

                                                                     ພາບ: ​ ສຸກ​ສາຄອນ