ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນ
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2018 ທີ່ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ຈັນຍາບັນ ຂອງພະນັກງານ-ລັດຖະກອນ ໂດຍການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີທ່ານ ນາງ ຄຳພູນ ແກ້ວສະຫັວນ ຫົວໜ້າກົມປະເມີນຜົນ ແລະ ພັດທະນາລັດຖະກອນ ກະຊວງ ພາຍໃນ ມີບັນດາຫົວໜ້າກົມ - ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮວ່ມ.