ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງກະຊວງຍຸຕິທຳ

      ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງຄະນະນຳກະຊວງຍຸຕິທຳ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສອງ ໃນຕອນເຊົ້າຂອງວັນທີ 14/7/2016 ເພື່ອປຶກສາຫາລື ແລະ ຕົກລົງວຽກ ງານສຳຄັນຂອງກະຊວງ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສະຖາບັນຍຸຕິທຳ ແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເຂົ້າຮ່ວມຢ່າງພ້ອມພຽງ.

      ຈຸດປະສົງຂອງກອງປະຊຸມ ເພື່ອຜ່ານວຽກງານຈຸດສຸມທີ່ສຳຄັນຂອງກົມທະບຽນສານ ແລະ ກົມໂຄສະນາອົບຮົມກົດໝາຍ. ກອງປະຊຸມປຶກສາຫາລືຄັ້ງນີ້ໄດ້ຮັບຟັງ (1). ການສະ ເໜີຜ່ານ (ຮ່າງ) ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງ, ແບ່ງຄວາມຮັບຊອບ ແລະ ແບບແຜນວິທີເຮັດວຽກຂອງອົງການທະບຽນສານ; (2). ການສ້າງ ແລະ ພັດທະນາ ແອັບໆກົດໝາຍລາວ ແລະ ແອັບໆຄຳສັບກົດໝາຍ ແລະ ການສ້າງປຶ້ມລວບລວມບົດຄວາມ 25 ປີ ວັນລັດຖະທຳມະນູນແຫ່ງຊາດ. ຫຼັງຈາກນັ້ນ, ບັນດາຄະນະນຳກະຊວງ ແລະ ຄະນະ ກົມ ກໍໄດ້ປະກອບຄຳເຫັນໃສ່ 2 ວຽກດັ່ງກ່າວ ຊຶ່ງສາມາດສັງລວມແຕ່ລະວຽກງານໄດ້ ດັ່ງນີ້:

  1. ການຜ່ານ (ຮ່າງ) ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງ, ແບ່ງຄວາມຮັບຊອບ ແລະ ແບບແຜນວິທີເຮັດວຽກຂອງອົງການທະບຽນສານ ແມ່ນປະກອບ ດ້ວຍ 10 ມາດຕາ.  (ຮ່າງ) ຂໍ້ຕົກລົງສະບັບດັ່ງກ່າວ ວາງອອກເພື່ອກຳນົດການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ແລະ ລະບອບແບບແຜນວິທີເຮັດວຽກ ຂອງກົມທະບຽນສານ, ຫ້ອງການ ແລະ ໜ່ວຍງານທະບຽນສານ ແນໃສ່ຮັບປະກກັນການຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານອື່ນໆ ໃຫ້ມີຄວາມວ່ອງ ໄວ, ຖືກຕ້ອງ ແລະ ມີປະສິດທິຜົນສູງ. ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ຊື່ຂອງຂໍ້ຕົກລົງ, ບັນດາມາດຕາທີ່ກ່ຽວຂ້ອງກັບການແບ່ງຄວາມຮັບຜິດຊອບ ລະ ຫວ່າງ ກົມທະບຽນສານ, ຫ້ອງການ ແລະ ໜ່ວຍງານທະບຽນສານ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງຍຸຕິທຳ ເພື່ອເຮັດໃຫ້ການແບ່ງຄວາມຮັບຜິດຊອບມີຄວາມ ລະອຽດ ແລະ ຈະແຈ້ງກວ່າເກົ່າ, ເຖິງຢ່າງໃດກໍຕາມເນື້ອໃນ (ຮ່າງ) ຂໍ້ຕົກລົງສະບັບດັ່ງກ່າວ ພາຍຫຼັງທີ່ຄະນະນຳໄດ້ປະກອບຄຳເຫັນແລ້ວ ຄະນະຮັບຜິດຊອບ (ຮ່າງ) ຂໍ້ຕົກລົງ ຈະໄດ້ປັບປຸງຕາມເນື້ອໃນຄຳເຫັນ ຫຼັງຈາກນັ້ນ ຈະໄດ້ສະເໜີຕໍ່ຄະນະນຳກະຊວງ ເພື່ອພິຈາລະນາໃນຂັ້ນຕໍ່ໄປ.
  2. ສຳລັບ ການສ້າງແອັບໆກົດໝາຍ ແລະ ແອັບໆຄຳສັບກົດໝາຍ ແມ່ນໄດ້ສ້າງ ແລະ ພັດທະນາຄຽງຄູ່ກັບການສ້າງເວັບໄຊກະຊວງຍຸຕິທຳ ນັບແຕ່ເດືອນຕຸລາ 2015 ເປັນຕົ້ນມາ. ໃນເບື້ອງຕົ້ນການສ້າງກິດຈະກຳດັ່ງກ່າວ ໄດ້ກຳນົດໄວ້ໃນແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍແຕ່ນີ້ຮອດປີ 2020 ໂດຍໄດ້ຮັບຄຳເຫັນດີ ຮ່ວມກັນລະຫວ່າງ ຂອງກະຊວງຍຸຕິທຳ ແລະ ອົງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດໝາຍ (SPLSMP). ຈຸດປະສົງ ຂອງ ການສ້າງແອັບ ເພື່ອສ້າງເງື່ອນໄຂສະດວກໃນການຄົ້ນຫາກົດໝາຍ ແລະ ນິຕິກຳທີ່ມີຜົນບັງຄັບທົ່ວໄປ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ລວມທັງ ນັກຮຽນຮູ້-ປັນຍາຊົນ ທີ່ມີຄວາມສົນໃຈຕ້ອງການຄົ້ນຄວ້າກົດໝາຍ ແລະ ນິຕິກຳ ໄດ້ສາມາດເຂົ້າເຖິງຂໍ້ມູນຂ່າວສານດ້ານກົດໝາຍ ກໍຄື ການຄົ້ນຫາຄວາມໝາຍ ຂອງຄຳສັບກົດໝາຍໄດ້ງ່າຍຂຶ້ນກວ່າເກົ່າ, ສາມາດເວົ້າໄດ້ວ່າ “ບໍ່ວ່າພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ຈະສາມາດອ່ານ, ສາມາດຮຽນຮູ້ ກົດໝາຍ ແລະ ຊອກຫາຄວາມໝາຍຂອງຄຳສັບກົດໝາຍ ໄດ້ທຸກແຫ່ງທຸກເວລາ” ຊຶ່ງການໃຫ້ບໍລິການຂໍ້ມູນ ຂ່າວສານດ້ານກົດໝາຍ ແມ່ນຮູບແບບໜຶ່ງຂອງ ການໂຄສະນາສຶກສາອົບຮົມ, ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍທົ່ວສັງຄົມໃຫ້ກວ້າງຂວາງ ໃນຮູບແບບທີ່ທັນສະໄໝ, ວ່ອງໄວ. ຜູ້ຊົມໃຊ້ ສາມາດເປີດອ່ານໄດ້ ພຽງແຕ່ດາວໂລດໂປແກມແອັບໆກົດໝາຍລາວ ແລະ ແອັບໆຄຳສັບກົດໝາຍ ເທິງໂທລະສັບມືຖື ກໍສາມາດເຂົ້າອ່ານກົດໝາຍ ແລະ ນິຕິກຳ ລວມທັງຮັບຊາບການ ແຈ້ງເຕືອນເມື່ອມີການປະກາດໃຊ້ກົດໝາຍ ແລະ ນິຕິກຳຕ່າງໆ ດ້ວຍລະບົບສົ່ງຂໍ້ຄວາມເທິງໂທລະສັບມືຖືຂອງຜູ້ຊົມໃຊ້. ຕໍ່ກັບການສ້າງ ແລະ ນຳໃຊ້ແອັບໆດັ່ງກ່າວ ປັດຈຸບັນເຫັນວ່າເປັນບັນຫາໃໝ່ ທີ່ບັນດາກະຊວງ ແລະ ທະບວງກົມ ຍັງບໍ່ທັນໄດ້ນຳໃຊ້ເທື່ອ. ສະນັ້ນ, ກະຊວງຍຸຕິທຳ ຈະໄດ້ສະເໜີລາຍງານຜົນຂອງກອງປະຊຸມຄັ້ງນິີ້ ຕໍ່ຄະນະລັດຖະບານ ເພື່ອຄົ້ນ  ຄວ້າພິຈາລະນາຕໍ່ກັບການນຳໃຊ້ແອັບໆດັ່ງກ່າວໃນຂັ້ນຕໍ່ໄປ. ພ້ອມກັນນັ້ນ, ການສ້າງປຶ້ມລວບລວມບົດຄວາມ 25 ປີ ວັນລັດຖະທຳ ມະນູນແຫ່ງຊາດ ເພື່ອຈຸດປະສົງສ້າງປຶ້ມອ່ານຂອງຂະແໜງການຍຸຕິທຳ ດ້ວຍການຕັ້ງຫົວຂໍ້ທີ່ກ່ຽວພັນກັບ 25 ປີ ວັນລັດຖະທຳມະນູນແຫ່ງຊາດ ເພື່ອລະດົມແນວ ຄິດຕໍ່ກັບຫົວຂໍ້ໃດໜຶ່ງ ດ້ວຍຫຼາຍແນວຄວາມຄິດ, ຫຼາຍແງ່ມູມຂອງພະນັກງານການນຳຈາກ 5 ພາກສ່ວນຄື ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ສະພາແຫ່ງ ຊາດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ. ພາຍຫຼັງທີ່ລວບລວມ, ກວດແກ້ແລ້ວ  ຈະໄດ້ຈັດພິມເຜີຍແຜ່ ຈຳນວນ 1.000 ຫົວ ເພື່ອແຈກ ຢາຍໃນກິດຈະກຳຕ່າງໆຂອງກະຊວງຍຸຕິທຳ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 25 ປີ ທີ່ຈະຈັດຂຶ້ນພ້ອມໆກັບການສ້າງຂະບວນການລວມ ຂອງຊາດ.

       ພາຍຫຼັງທີ່ສຳເລັດການປະກອບຄຳເຫັນແລ້ວ, ທ່ານ ປະທານກອງປະຊຸມ ໄດ້ສະຫຼຸບ ແລະ ເຫັນດີຕໍ່ກັບການ ເຄື່ອນໄຫວວຽກງານ ແລະ ກິດຈະກຳດັ່ງກ່າວ ພ້ອມທັງມອບໃຫ້ສອງ ກົມກ່ຽວຂ້ອງໄດ້ປັບປຸງ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ທັນເວລາ ຕາມແຜນການທີ່ວາງໄວ້. ສ່ວນການສ້າງໂຮງພິມກະຊວງຍຸຕິທຳ ແມ່ນຈະນຳເຂົ້າປຶກສາຫາລືກັນໃນກອງປະຊຸມ ເປີດກ້ວາງຄັ້ງຕໍ່ໄປ. ກອງປະຊຸມເປີດກວ້າງຄະນະນຳກະຊວງຍຕິທຳ ໄດ້ປິດລົງໃນເວລາ 11:40 ຂອງວັນດຽວກັນ.

ຂຽນຂ່າວໂດຍ ກົມໂຄສະນາອົບຮົມກົດໝາຍ