ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງກະຊວງຍຸຕິທຳ

ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງກະຊວງຍຸຕິທຳ

      ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງຄະນະນຳກະຊວງຍຸຕິທຳ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສອງ ໃນຕອນເຊົ້າຂອງວັນທີ 14/7/2016 ເພື່ອປຶກສາຫາລື ແລະ ຕົກລົງວຽກ ງານສຳຄັນຂອງກະຊວງ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສະຖາບັນຍຸຕິທຳ ແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເຂົ້າຮ່ວມຢ່າງພ້ອມພຽງ.

Subscribe to RSS - ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງກະຊວງຍຸຕິທຳ