ກະຊວງຍຸຕິທຳ ຈັດພິທີປາຖະກະຖາເນື່ອງໃນ 3 ວັນສຳຄັນປະຫວັດສາດ

         ພິທີປາຖະກະຖາ 3 ວັນ​ສຳຄັນ​ປະຫວັດສາດ​ຄື: ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ ​ທ່ານ ປະທານ ສຸພາ​ນຸວົງ ຄົບຮອບ 107 ປີ  (13 ກໍ​ລະ​ກົດ 1909-13 ກໍ​ລະ​ກົດ 2016), ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 61 ປີ ​ແລະ ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ-ການ​ຮວ່ມມື​ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ່ 21 ກໍລະກົດ 2016 ທີ່​ກະຊວງ​ຍຸຕິ​ທຳ ​​ໃຫ້ກຽດ​​ເຂົ້າ​ຮວ່ມ ​ແລະ ປາຖະກະຖາຂອງ​ ທ່ານ  ​ປອ ​ເສີມ​ສຸກ ສີມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ມີບັນດາ​ຄະນະ​ພັກ, ຄະນະ​ນຳ ​ແລະ ພະນັກງານ-ລັດຖະກອນ ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮ່ວມຮັບ​ຟັງຢ່າງພ້ອມພຽງ.

          ​ໃນ​ພິທີ ທ່ານ ປອ ​ເສີມ​ສຸກ ສີມ​ພະ​ວົງ ​ໄດ້ເລົ່າຄືນເຖິງ​ມູນ​ເຊື້ອ​ຊີວິດ ​ແລະ ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ ທ່ານ ປະທານ ສຸພານຸ​ວົງ  ຊຶ່ງຕະຫຼອດ​ຊີວິດ​​ແຫ່ງການ​ເຄື່ອນ​ໄຫວປະຕິວັດ ​​​ທ່ານ​​​ໄດ້​ອຸທິດ​ເລືອດ​ເນື້ອ ​ແລະ ສະຕິ​ປັນຍາ, ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ພາລະກິດຕໍ່ສູ້​ກູ້​ຊາດ. ທ່ານ ສຸພານຸວົງ ​ແມ່ນ​ຜູ້ໜຶ່ງທີ່​ຄວາມ​ຮັກ​ຊາດ​ຢ່າງ​ດູດ​ດື່ມ, ມີ​ຈິດ​ໃຈ​ຕໍ່ສູ້​ທີ່​ອາດ​ຫານ​ກ້າ​ແກ່ນ ​ແລະ ມີ​ນ້ຳ​ໃຈ​ເສຍສະຫຼະອັນ​ສູງ​ສົ່ງ​ເພື່ອ​ປະເທດຊາດ​ ແລະ ​ປະຊາຊົນ ຈົນ​ສາມາດ​ນຳພາປະ​ເທດຊາດ​ຍາດ​ໄດ້​ເອກະລາດ ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ນຳ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ​​ບັນດາ​​ເຜົ່າ​ຈົນ​ເຖິງ​ປັດຈຸບັນ. ພ້ອມ​ກັນ​ນັ້ນ, ​ທ່ານ ​ໄດ້​ປາຖະກາຖາ​ຫວນ​ຄືນ​ປະຫວັດ​ມູນ​ເຊື້ອ​ການ​ກຳ​ເນີ​ດ, ​ການເຕີບ​ໃຫ່ຍຂະຫຍາຍຕົວ ​ແລະ ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ​ ​ແລະ ​ແມ່ຍິງ​ລາວ​ບັນດາ​ເຜົ່າ​ທີ່ໄດ້​ອຸທິດ​ຕົນ​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ພັດທະນາ​ປະ​ເທດ​ຊາດ ກໍ​ຄື​ພາລະກິດ​ພັດທະນາ​ແມ່ຍິງ​ຕະຫຼອດ​ໄລຍະ 61 ປີ ​ໂດຍ​ຄ່ຽງບ່າ​ຄຽງ​ໄລ່​ກັບ​ເພດ​ຊາຍ ​ແລະ ​ໃນ​ຕອນ​ທ້າຍຜູ້​ເຂົ້າ​ຮວ່ມຍັງ​ໄດ້​ຮັບ​ຟັງກຽ່ວກັບ​ການ​ກຳ​ເນີ​ດ​ ​ແລະ ​ເຕີບ​ໃຫ່ຍຂະຫຍາຍຕົວຂອງ​ຄວາມ​ສາມັກຄີ​ແບບ​ພິ​ເສດ ລະຫວ່າງ 2 ຊາດ​ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອ​ຊວ່ຍ​ເຫຼືອ​ເຊີ່ງ​ກັນ ​ແລະ ກັນ​ມາ​ແຕ່​ດົນ​ນານ ​ໃນ​ການ​ກໍ່​ຕັ້ງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ໃຜລາວ ​ໂດຍ​ສະ​ເພາະ ​ແມ່ນ​ໃນ​ໄລຍະ​ດຳ​ເນີນ​ການ​ຕໍ່ສູ້​ປະຕິວັດ​ເປັນ​ເວລາ​ເຄິ່ງສັດຕະວັດ ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຄອມ​ມູນິດ​ອິນດູຈີນ ກໍ​ຄື​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ເພີ່ມ​ຄວາມ​ສາມັກຄີ​ຊວ່ຍ​ເຫຼືອ​ເຊີ່ງ​ກັນ ​ແລະ ກັນ​ຢ່າງແໜ້ນ​ແຟ້ນ ​ແລະ ​ໄດ້​ຮັບ​ໄຊຊະນະ​ທຸກ​ດ້ານ ​ນຳ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ.​ ​ສະ​ນັ້ນ, ພະນັກງານ-ລັດຖະກອນ​ ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ​ຮຸ່ນສືບ​ທອດ ຈົ່ງຮ່ຳຮຽນ​ເອົາ​​ແບບຢ່າງ 3 ມູນ​ເຊື້ອ​ປະຫວັດ​ສາດ​ນີ້​​ເພື່ອ​ນຳ​ມາໜູນ​ໃຊ້ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​./.

 

ຂຽນຂ່າວ ແລະ ຮູບພາບໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ (ນັກຂ່າວກົມໂຄສະນາອົບຮົມກົດໝາຍ)