ພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ໄດ້ຮັບຟັງການປາຖະກະຖາ 3 ວັນສຳຄັນ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາເນື່ອງໃນ 3 ວັນສຳຄັນປະຫວັດສາດ

         ພິທີປາຖະກະຖາ 3 ວັນ​ສຳຄັນ​ປະຫວັດສາດ​ຄື: ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ ​ທ່ານ ປະທານ ສຸພາ​ນຸວົງ ຄົບຮອບ 107 ປີ  (13 ກໍ​ລະ​ກົດ 1909-13 ກໍ​ລະ​ກົດ 2016), ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 61 ປີ ​ແລະ ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ-ການ​ຮວ່ມມື​ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ່ 21 ກໍລະກົດ 2016 ທີ່​ກະຊວງ​ຍຸຕິ​ທຳ ​​ໃຫ້ກຽດ​​ເຂົ້າ​ຮວ່ມ ​ແລະ ປາຖະກະຖາຂອງ​ ທ່ານ  ​ປອ ​ເສີມ​ສຸກ ສີມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ມີບັນດາ​ຄະນະ​ພັກ, ຄະນະ​ນຳ ​ແລະ ພະນັກງານ-ລັດຖະກອນ ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮ່ວມຮັບ​ຟັງຢ່າງພ້ອມພຽງ.

Subscribe to RSS - ພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ໄດ້ຮັບຟັງການປາຖະກະຖາ 3 ວັນສຳຄັນ