ກະຊວງຍຸຕິທໍາ ຈັດພິທີມອບ-ຮັບເງິນ ນະໂຍບາຍໃຫ້ພະນັກງານບໍານານ.

ໃນຕອນເຊົ້າ ຂອງວັນທີ 11 ຕຸລາ 2018 ກົມຈັດຕັ້ງ ແລະ ພະນັກງານກະຊວງຍຸຕິທຳ ໄດ້ມອບ-ຮັບນະໂຍບາຍ ກູ້ຍຶມເງິນ ເພື່ອປຸກສ້າງ-ສ້ອມແປງເຮືອນໃຫ້ ທ່ານ ນົນສະຫວັດ ດາລາວົງ ພະນັກງານບໍານານ ສັງກັດຢູ່ກະຊວງຍຸຕິທໍາ ຈໍານວນ 30.000.000 ກີບ (ສາມສິບລ້ານກີບ) ໂດຍການກ່າວມອບຂອງທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ນົນສະຫວັດ ດາລາວົງ ພະນັກງານບໍານານ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າພະແນກການເງິນ ແລະ ວິຊາການເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວ-ພາບ: ຂົນ ບຸນທິສານ