ກະຊວງຍຸຕິທໍາ ຈັດພິທີມອບ-ຮັບເງິນ ນະໂຍບາຍໃຫ້ພະນັກງານບໍານານ

ກະຊວງຍຸຕິທໍາ ຈັດພິທີມອບ-ຮັບເງິນ ນະໂຍບາຍໃຫ້ພະນັກງານບໍານານ.

ໃນຕອນເຊົ້າ ຂອງວັນທີ 11 ຕຸລາ 2018 ກົມຈັດຕັ້ງ ແລະ ພະນັກງານກະຊວງຍຸຕິທຳ ໄດ້ມອບ-ຮັບນະໂຍບາຍ ກູ້ຍຶມເງິນ ເພື່ອປຸກສ້າງ-ສ້ອມແປງເຮືອນໃຫ້ ທ່ານ ນົນສະຫວັດ ດາລາວົງ ພະນັກງານບໍານານ ສັງກັດຢູ່ກະຊວງຍຸຕິທໍາ ຈໍານວນ 30.000.000 ກີບ (ສາມສິບລ້ານກີບ) ໂດຍການກ່າວມອບຂອງທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ນົນສະຫວັດ ດາລາວົງ ພະນັກງານບໍານານ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າພະແນກການເງິນ ແລະ ວິຊາການເຂົ້າຮ່ວມເປັນສັກຂີພະຍານ.

Subscribe to RSS - ກະຊວງຍຸຕິທໍາ ຈັດພິທີມອບ-ຮັບເງິນ ນະໂຍບາຍໃຫ້ພະນັກງານບໍານານ