ຄະນະນຳກະຊວງຍຸຕິທຳ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

       ໃນລະຫວ່າງວັນທີ 31 ພຶດສະພາ ຫາ ວັນທີ 4 ມິຖຸນາ 2016 ທີ່ຜ່ານມາ ນຳພາໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຄະນະນຳກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງ ທ່ານ ເລແທ໋ງລອງ ລັດຖະ ມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ, ໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ຕີລາຄາ ສະພາບການຮ່ວມມື ໃນໄລຍະຜ່ານມາ ແລະ ວຽກງານທີ່ຈະສືບ ຕໍ່ຮ່ວມມືກັນໃນຕໍ່ໜ້າ ຊຶ່ງໄດ້ມີພິທີເຊັນບົດບັດທຶກຊ່ວຍຈຳການຮ່ວມມື ລະຫວ່າງ ສອງສະຖາບັນຍຸຕິທຳລາວ-ຫວຽດນາມ.

ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຢ້ຽມຢາມສະຖາບັນຍຸຕິທຳແຫ່ງຊາດ ແຫ່ງ ສສ ຫວຽດນາມ

 

       ນອກຈາກນັ້ນ, ຄະນະ ກໍໄດ້ຢ້ຽມຂໍ່ານັບ ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ, ທ່ານ ອ່ວງ ຈູ່ລີ່ວ ຮອງປະທານສະພາ, ຢ້ຽມຢາມ ທ່ານ ປະທານສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ທ່ານ ຜູ້ອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ່ຍ ແລະ ຢ້ຽມຢາມ ທ່ານ ເລຂາພັກແຂວງ ນິ່ງບິງ, ພະແນກຍຸຕິທຳແຂວງ ເພື່ອພົບປະແລກປ່ຽນວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ວຽກງານອື່ນໆຈຳນວນໜຶ່ງ. ການຢ້ຽມຢາມ ສສ ຫວຽດນາມໃນຄັ້ງນີ້ ຖືເປັນການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ຍຸຕິທຳ ລາວ-ຫວຽດນາມ ໃນການສ້າງລັດປົກຄອງດ້ວຍກົດໝາຍ ເວົ້າລວມ ເວົ້າສະເພາະແມ່ນເປັນຂີດໝາຍສຳຄັນໃນການຮ່ວມມືພັດທະນາວຽກງານຂະແໜງຍຸຕິທຳ ຂອງສອງປະເທດ ແຕ່ນີ້ຮອດ ປີ 2020.

ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຢ້ຽມຢາມວິທະຍາໄລກົດໝາຍ ຮ່າໂນຍ ແຫ່ງ ສສ ຫວຽດນາມ