ຄະນະນຳກະຊວງຍຸຕິທຳ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະນຳກະຊວງຍຸຕິທຳ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

       ໃນລະຫວ່າງວັນທີ 31 ພຶດສະພາ ຫາ ວັນທີ 4 ມິຖຸນາ 2016 ທີ່ຜ່ານມາ ນຳພາໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຄະນະນຳກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງ ທ່ານ ເລແທ໋ງລອງ ລັດຖະ ມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ, ໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ຕີລາຄາ ສະພາບການຮ່ວມມື ໃນໄລຍະຜ່ານມາ ແລະ ວຽກງານທີ່ຈະສືບ ຕໍ່ຮ່ວມມືກັນໃນຕໍ່ໜ້າ ຊຶ່ງໄດ້ມີພິທີເຊັນບົດບັດທຶກຊ່ວຍຈຳການຮ່ວມມື ລະຫວ່າງ ສອງສະຖາບັນຍຸຕິທຳລາວ-ຫວຽດນາມ.

Subscribe to RSS - ຄະນະນຳກະຊວງຍຸຕິທຳ ຢ້ຽມຢາມ  ແລະ ເຮັດວຽກຢູ່ ສສ ຫວຽດນາມ