ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ໂກລດີນ ເລດູ ( Clau dine LEDOUX )

ໃນ​ວັນ​ທີ 23 ມີນາ 2016, ​ເວລາ 11: 00​ໂມງ  ທີ່​ຫ້ອງ​ແຂກ​ກະຊວງ​ຍຸຕິ​ທຳ, ທ່ານ ບຸນ​ເກີດ​ ສັງ​ສົມ​ສັກ ລັດຖະມົນຕີ​​ກະຊວງ​ຍຸຕິ​ທຳ​ ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຢາມ​ຂອງ​ ທ່ານ ນາງ ​ໂກ​ດີ​ນ ​ເລີ​ດູ  ( Clau dineLEDOUX ) ​ເອກອັກຄະ​ລັດຖະທູດ​ຝຣັ່ງ ປະຈຳ​ ສປປ ລາວ ພ້ອມ​ດ້ວຍ​ຄະນະ.​ ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້​ ແມ່ນ​ເພື່ອ​ປຶກສາ​ຫາລື​ກ່ຽວການ​ຈັດ​ກອງ​ປະຊຸມ​ວ່າ​ດ້ວຍ​ບົດບາດ​ຂອງ​ທະນາຍຄວາມ ແລະ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະເໜີຂໍທຶນການສຶກສາລະດັບປະລີນຍາເອກໃຫ້ແກ່ພະນັກງານກະຊວງຍຸຕິທຳ ແຫ່ງ ສປປ ລາວ.

          ​ໃນ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ເກີດ ສັງ​ສົມສັກ ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍ​ໄດ້​ຕ້ອນຮັບ ​​ທ່ານ ນາງ​​ໂກລດີ​ນ ​ເລີດູ ​ຢ່າງ​ອົບ​ອຸ່ນ​ ຊຶ່ງ​ການ​ມາຢ້ຽມຢາມ​​ໃນ​ຄັ້ງ​ນີ້ເປັນການ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ຮັດ​ແໜ້ນສາຍ​ພົວພັນ​ຮ່ວມ​ມື​ ລະ​ຫ່ວາງ ​ກະຊວງ​ຍຸຕິ​ທຳ​ ​ແຫ່ງ ສປປ ລາວ ​ແລະ ​ສະຖານ​ທູດ​ຝຣັ່ງ ​ໃຫ້​ມີ​ບາດ​ກ້າວ​ຂະຫຍາຍຕົວ​ຂຶ້ນ​ໄປ​ ເລື້ອ​ຍໆ ​ແລະ ທ່ານ ນາງ ໂກລດີນ ເລີດູ ກໍໄດ້ສະ​ແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປລາວ.

         ໃນຕອນບ່າຍເວລາ 14 : 00​ ໂມງ   ຂອງວັນດຽວກັນ ທີ່​ຫ້ອງ​ຮັບ​ແຂກ​ກະຊວງ​ຍຸຕິ​ທຳ ທ່ານ ​ເກດ​ ກຽດຕິ​ສັກ ຮອງລັດຖະມົນຕີກະຊວງຍຸຕິ​ທຳ ​ແຫ່ງ ສປປ ລາວ ​ກໍໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມຢາມ​ຂອງ​ ທ່ານ  ນາງ ​ໂກລດີນ ​ເລີ​ດູ  ​ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ປະຈຳ ສປປ ລາວ ​ເພື່ອ​ມາ​ປຶກ​ສາ​ຫາລື​ກ່ຽວກັບການ​ຮັບ​ເອົາ​ເດັກ​ນ້ອຍ​ມາ​ເປັນ​ລູກລ້ຽງ.

          ​ໃນ​ໂອກາດ​ດັ່ງກ່າວ ທ່ານ ຮອງລັດຖະມົນຕີ​ກະຊວງ​ຍຸຕິທຳ ແຫ່ງ ສປປ ລາວ ​ກໍ​ໄດ້​ຕ້ອນຮັບຢ່າງ​ອົບ​ອຸ່ນ​ຕໍ່​ການ​ເຂົ້າຢ້ຽມຢາມຂອງ ​ທ່ານ ນາງ ​ໂກລດີນ ​ເລີ​ດູ  ​ແລະ ທ່ານ ນາງ​ໂກລ ​ເລີ​ດູ ກໍ​ໄດ້​ກ່າວສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ​ການ​ຕ້ອນຮັບ​ດັ່ງກ່າວ./.