ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ໂກລດີນ ເລດູ ( Clau dine LEDOUX )

ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ໂກລດີນ ເລດູ ( Clau dine LEDOUX )

ໃນ​ວັນ​ທີ 23 ມີນາ 2016, ​ເວລາ 11: 00​ໂມງ  ທີ່​ຫ້ອງ​ແຂກ​ກະຊວງ​ຍຸຕິ​ທຳ, ທ່ານ ບຸນ​ເກີດ​ ສັງ​ສົມ​ສັກ ລັດຖະມົນຕີ​​ກະຊວງ​ຍຸຕິ​ທຳ​ ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຢາມ​ຂອງ​ ທ່ານ ນາງ ​ໂກ​ດີ​ນ ​ເລີ​ດູ  ( Clau dineLEDOUX ) ​ເອກອັກຄະ​ລັດຖະທູດ​ຝຣັ່ງ ປະຈຳ​ ສປປ ລາວ ພ້ອມ​ດ້ວຍ​ຄະນະ.​ ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້​ ແມ່ນ​ເພື່ອ​ປຶກສາ​ຫາລື​ກ່ຽວການ​ຈັດ​ກອງ​ປະຊຸມ​ວ່າ​ດ້ວຍ​ບົດບາດ​ຂອງ​ທະນາຍຄວາມ ແລະ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະເໜີຂໍທຶນການສຶກສາລະດັບປະລີນຍາເອກໃຫ້ແກ່ພະນັກງານກະຊວງຍຸຕິທຳ ແຫ່ງ ສປປ ລາວ.

Subscribe to RSS - ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ໂກລດີນ ເລດູ ( Clau dine LEDOUX )